ທ່ານພົນໂທ ຫງວຽນຈີ໋ວິ້ງ ຕ້ອນຮັບເອກອັກຄະລັດຖະທູດ ນິວຊີແລນ

ທ່ານພົນໂທ ຫງວຽນຈີ໋ວິ້ງ ຕ້ອນຮັບເອກອັກຄະລັດຖະທູດ ນິວຊີແລນ - ảnh 1
ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ້ງ (ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 15/03 ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ້ງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປ​ະ​ເທດ ຫວຽດນາມ ມີ​ການ​ຕ້ອນຮັບ​ທ່ານ Wendy Matthews ​​ເອກ​ອັກຄະ​ລັດຖະທູດ ນິວຊີ​ແລ​ນ ປະຈຳ ຫວຽດນາມ. ທີ່​ການ​ຕ້ອນຮັບ ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ້ງ ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດອັນ​ດີງາມ ລະ​ຫວ່າງ ຫວຽດນາມ ​ແລະ ນິວຊີ​ແລນ ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ນິວຊີ​ແລນ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ຄື: ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ແບ່ງປັນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ, ຄົ້ນຄວ້າ​ຍຸດ​ທະ​ສາດ…​ທ່ານ​ເອກ​ອັກຄະ​ລັດຖະທູດ Wendy Matthews ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ນິວຊີ​ແລນ ​ພວມ​ມີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດກັບ ຫວຽດນາມ, ພິ​ເສດ​ແມ່ນ​​ໃນ​ຂົງ​ເຂດ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃຫ້​ແກ່​ກຳລັງ​ຮັກສາ​ສັນຕິພາບ ຫວຽດນາມ. ທ່ານ​​ເອກ​ອັກຄະ​ລັດຖະທູດ ​ເຊື່ອ​ໝັ້ນ​ວ່າ ການຮ່ວມ​ມື​ລະຫວ່າງ 2 ຝ່າຍ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ​ໃນ​​ໄລຍະ​ຈະ​ມາ​ເຖິງ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ