ທ່ານຟ້າມບິງມິງພົບປະ ກັບເພື່ອນມິດສາກົນຢູ່ ນອກກອງປະຊຸມສະມັດ ຊາໃຫ່ຍສປຊ


ທ່ານຟ້າມບິງມິງພົບປະ ກັບເພື່ອນມິດສາກົນຢູ່ ນອກກອງປະຊຸມສະມັດ ຊາໃຫ່ຍສປຊ - ảnh 1

ທ່ານຟ່າມບິງມີງພົບປະກັບລັດຖະມົນຕີການຕ່າງປະເທ Tanzania

 (ພາບ: Lê Dương/TTXVN)

 (vovworld)- ​ ພາຍ​ຫລັງ​ເຂົ້າຮ່ວມພິ​ທີ​ໄຂ​ວາ​ລະ​ປຶກ​ສາ​ຫາ​ລື​​ຂັ້ນ​ສູງ​ສະ​ມັດ​ຊາ​ໃຫ​ຍ່ ສະ​ຫະ​ປະ​ຊາ​ຊາດຊຸດ​ທີ 69 ໄຂ​ຂຶ້ນ​ທີ່​ສຳ​ນັກ​ງານ​ຂອງ ສ​ປ​ຊ ຢູ່​ນິວຢອກ, ປ​ະ​ເທດ ອາ​ເມ​ລິ​ກາ, ວັນ​ທີ 24/9, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມຟ້າມບິງ​ມິ​ງ ​ໄດ້​ມີ​ການພົບ​ປະສອງ​ຝ່າຍ​ກັບລັດຖະມົນຕີ​ການ​ຕ່າງປະ​ເທດ​​ແຟງ​ລັງ, Tanzania… ​ໃນ​ວັນ​ດຽວກັນ, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມບິງ​ມິ​ງ ​ໄດ້​ແລກປ່ຽນ​ກັບ​ບັນດາ​ນັກຮຽນ​ຮູ້, ນັກຄົ້ນຄ້ວາ ​ແລະ ນັກ​ເຄື່ອນ​ໄຫວ​ສັງຄົມ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ​ຢູ່​ສະມາຄົມ​ອາຊີ ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ​ແລະ ​ແນວທາງ​ການ​ຕ່າງ​ປະເທດ​ຂອງ​ພັກ ​ແລະ ລັດ​ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີຍົກ​ອອກ​ບັນດາ​ໂອກາດ​ອັນ​ໃຫ່ຍຫຼວງ ​ແລະ ສິ່ງ​ທ້າ​ທາຍ​ພວກ​ເກີດ​ຂຶ້ນ​ໃນ​ພາກ​ພື້ນ; ​ເນັ້ນໜັກ​ແນວທາງ​ການ​ຕ່າງ​ປະເທດ​ເອກະລາດ, ​ເປັນຈົ້າຕົນ​ເອງ, ຫັນ​ເປັນ​ຫຼາຍ​ທິດ, ຫຼາຍ​ຮູບ​ຫຼາຍ​​ແບບ ​ແລະ ​ແຜນ​ນະ​ໂຍບາຍ​ເປັນຈົ້າການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຂອງ​ຫວຽດນາມ; ຢັ້ງຢືນ​ຫວຽດນາມ ​ໄດ້ ​ແລະ ພວມ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ, ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015. ທ່ານຮອງ​ນາຍົກລັດຖະມົນຕີ​ໄດ້​ຍົກ​ອອກ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ, ລັດ ​ແລະ ປຊຊ ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ; ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງບົນ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ./.

ຂ່າວ/ບົດ​ອື່ນ