ທ່ານຟ້າມມີງຈີ໋ງຫົວໜ້າຄະນະຈັດຕັ້ງສູນກາງຕ້ອນຜູ້ທີ່ປຶກສາພິເສດຂອງພັນທະມິດສສຂມິດຕະພາບຍີ່ປູ່ນ - ຫວຽດນາມ

ທ່ານຟ້າມມີງຈີ໋ງຫົວໜ້າຄະນະຈັດຕັ້ງສູນກາງຕ້ອນຜູ້ທີ່ປຶກສາພິເສດຂອງພັນທະມິດສສຂມິດຕະພາບຍີ່ປູ່ນ - ຫວຽດນາມ - ảnh 1
ທ່ານ ຟ້າມ​​ມີງຈີ໋ງ ຕີ​ລາ​ຄາ​ສູງ​ການປະ​ກອບ​ສ່ວນ​ຂອງ​ທ່ານ Takebe
ໃນ​ເລື່ອງ​ເພີ່ມ​ທະ​ວີ​​ການ​​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ
(ພາບ: TTXVN)

(vovworld) - ທີ່​ການ​ຕ້ອນ​ຮັບ​ຕອນ​ບ່າຍ​ວັນ​ທີ 21/7, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ ຟ້າມ​​ມີງຈີ໋ງ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງສູນ​ກາງ ຕີ​ລາ​ຄາ​ສູງ​ການປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າຂອງ​ທ່ານ Takebe ໃນ​ເລື່ອງ​ເພີ່ມ​ທະ​ວີ​​ການ​​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ, ສອງ​ສະ​ພາ​ແຫ່ງ​ຊາດ ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຍີ່​ປຸ່ນ - ຫວຽດ​ນາມ. ທ່ານ ຟ້າມ​​ມີງຈີ໋ງ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງສູນ​ກາງ ຮັບ​ຮູ້ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ​ທ່ານ Takebe ໃນ​ການ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ - ສຶກ​ສາ ພິ​ເສດ​ແມ່ນ​​ໂຄງການ​ມະ​ຫາ​ວິ​ທະ​ຍ​າໄລຫວຽດ​ນາມ - ຍີ່​ປຸ່ນ ແລະ​ງານ​ບຸນ​ວັດ​ທະ​ນະ​ທຳຍີ່​ປຸ່ນ - ຫວຽດ​ນາມ. ທ່ານ ຟ້າມ​​ມີງຈີ໋ງ ຫົວ​ໜ້າ​ຄະ​ນະ​​ຈັດ​ຕັ້ງສູນ​ກາງ ເຊື່ອ​ໜັ້ນ​ວ່າ ດ້ວຍ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ​ມີ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ສອງ​ປະ​ເທດ, ໂຄງ​ການ​ມະ​ຫາ​ວິ​ທະ​ຍາໄລຫວຽດ​ນາມ - ຍີ່​ປຸ່ນ ຈະ​ເຄື່ອນ​ໄຫວຢ່າງ​ມີ​ປະ​ສິດ​ທິ​ຜົນໂດຍ​ໄວ​, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນກວ່າ​ອີກ.

        ສ່ວນ ທ່ານ Tsutomu Takebe ທີ່​ປຶກ​ສາ​ພິ​ເສດ ພັນທະມິດສະມາຊິກລັດຖະສະພາມິດ​ຕະ​ພາບ ຍີ່​ປຸ່ນ - ຫວຽດ​ນາມ ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ ຂອງ​ເລື່ອງ ແລກ​ປ່ຽນ ລະ​ຫວ່າງ​ປະ​ຊ​າ​ຊົນ, ບັນ​ດາ​ລັດ​ຖະ​ສະ​ພາ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ໃນ​​ການກໍ່​ສ້າງ​ພື້ນ​ຖານ​ໝັ້ນ​ຄົງ ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ປະ​ເທດ​ຢ່າງແຂງ​ແຮງ; ທ່ານຍັງ​ສະ​ແດງ​ຄວາມປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ ແລະ ການ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ, ມີ​ປະ​ສິດ​ທິ​ຜົນ ຈາກ​ບັນ​ດາ​ຂັ້ນ, ຂະ​ແໜງ​ການ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ