ທ່ານລັດຖະມົນຕີ ດາວຫວຽດຈຸງ ເຂົ້າຮ່ວມພິທີດຳລົງຕຳແໜ່ງ ຂອງ ປະທານາທິບໍດີ ອີລານ

(VOVWORLD) - ໃນລະຫວ່າງວັນທີ 5-6 ສິງຫາ 2017, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ຫວຽດນາມ ດາວຫວຽດຈຸງ, ທູດພິເສດຂອງປະທານປະເທດ ຫວຽດນາມ ເຈີ່ນດາຍກວາງ, ໄດ້ເຂົ້າຮ່ວມພິທີດຳລົງຕຳແໜ່ງ ຂອງ ທ່ານປະທານາທິບໍດີ ອີລານ Hassan Rouhani ຢູ່ນະຄອນຫຼວງ Tehran. 
ທ່ານລັດຖະມົນຕີ ດາວຫວຽດຈຸງ ເຂົ້າຮ່ວມພິທີດຳລົງຕຳແໜ່ງ ຂອງ ປະທານາທິບໍດີ ອີລານ - ảnh 1ພິທີດຳລົງຕຳແໜ່ງ ຂອງ ທ່ານປະທານາທິບໍດີ ອີລານ Hassan Rouhani ຢູ່ນະຄອນຫຼວງ Tehran

ເນື່ອງໃນໂອການດນີ້, ທ່ານລັດຖະມົນຕີ ດາວຫວຽດຈຸງ ໄດ້ມີການເຮັດວຽກກັບ ທ່ານ Mohammad Reza Nematzadeh, ລັດຖະມົນຕີກະຊວງອຸດສາຫະກຳ - ບໍ່ແຮ່ ແລະ ການຄ້າ ແລະ ທ່ານ Ebrahim Rahimpour, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອີລານ. ໃນການພົບປະຄັ້ງຕ່າງໆ, ທ່ານລັດຖະມົນຕີ ດາວຫວຽດຈຸງ ໄດ້ສະແດງຄວາມເຊື່ອໝັ້ນວ່າການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານ ລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາຢ່າງເຂັ້ມແຂງໃນໄລຍະຈະມາເຖິງ. ລັດຖະມົນຕີກະຊວງອຸດສາຫະກຳ - ບໍ່ແຮ່ ແລະ ການຄ້າ Mohammad Reza Nematzadeh ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອີລານ Ebrahim Rahimpour ເຊື່ອໝັ້ນວ່າສອງປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືຫຼາຍດ້ານ, ບັນລຸຄາດໝາຍຍົກວົງເງິນການຄ້າລະຫວ່າງສອງຝ່າຍຂຶ້ນເຖິງ 2 ຕື້ ໂດລາ ສະຫະລັດ ໂດຍໄວ. ສອງຝ່າຍກໍ່ຢັ້ງຢືນວ່າ ຈະສືບຕໍ່ຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສສາກົນ ແລະ ພາກພື້ນ ທີ່ສອງຝ່າຍເຂົ້າຮ່ວມ, ພິເສດແມ່ນສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ