ທ່ານລັດຖະມົນຕີ ຟ້າມບິງມິງ ເຂົ້າຮ່ວມກອງປະຊຸມ AMM 46

ທ່ານລັດຖະມົນຕີ ຟ້າມບິງມິງ ເຂົ້າຮ່ວມກອງປະຊຸມ AMM 46 - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມຟ້າ​ມບິງ​ມິ​ງ​

(ພາບ:tintuc.vnn.vn)

(vovworld)- ​ແຕ່​ວັນ​ທີ 28/6-2/7, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ​ ຈະເຂົ້າຮ່ວມກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງທີ 46 (AMM 46), ບັນດາ​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດລະຫວ່າງ​ອາ​ຊຽນ  ​ແລະ ບັນດາ​ຄູ່​ຮ່ວມ​ມື (PMC), ກອງ​ປະຊຸມລັດຖະມົນຕີ​​ອາ​ຊຽນ+3, ກອງ​ປະຊຸມ​ຂັ້ນສູງ​ອາຊີ​ຕາ​ເວັນ​ອອກ (EAS)  ​ແລະ ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນຄັ້ງທີ 20 (ARF 20) ຢູ່​ບຣູ​ໄນ. ນີ້​ແມ່ນ​ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ການ​ຕ່າງປະ​ເທດ​ສຳຄັນ​ທີ່​ສຸດ​ໃນ​ປີ​ຂອງອາ​ຊຽນ  ​ແລະ ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື ຊື່​ງມີ​ເນື້ອ​ໃນຕີ​ລາຄາ ​ແລະ ກຳນົດ​ທິດ​ຊຸກຍູ້​ການ​ຮ່ວມ​ມື​ອາ​ຊຽນ, ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື. ນອກຈາກ​ນັ້ນ​ແລ້ວ, ​ໃນ​ເວລາ​ຈັດ​ກອງ​ປະຊຸມ AMM 46, ຍັງ​ຈະ​ຈັດ​ບັນດາ​ກອງ​ປະຊຸມ​ຄື: ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​​ເຂດ​ລຸ່ມ​ແມ່ນ້ຳຂອງ-​ອາ​ເມ​ລິ​ກາ ຄັ້ງທີ 6 (LMI), ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​​ເຂດ​ລຸ່ມ​ແມ່ນ້ຳຂອງ ​ແລະ ບັນດາ​ເພື່ອນ​ມິດ​ຄັ້ງທີ 3 (FLM), ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ແມ່ຂອງ-​ຍີ່ປຸ່ນ​ຄັງທີ 6, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ແມ່ຂອງ-ສ​ເກົາຫລີ ຄັ້ງທີ 3 ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດຮ່ວມ​ມື​ແມ່ນ້ຳຮັ່ງ-​ແມ່ນ້ຳຂອງຄັ້ງທີ 7 (MGC).

   ການ​ເຂົ້າຮ່ວມ​ຂອງ​ຫວຽດນາມ ທີ່​ບັນດາ​ກອງ​ປະຊຸມ​ຈະ​ຊ່ວຍ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ອະນຸ​ພາກ​ພື້ນ​ຄື: ອາ​ເມ​ລິ​ກາ, ສ​ເກົາຫລີ, ອິນ​ເດຍ, ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ​ອົດ​ສະ​ຕາ​ລີ, ນິວຊີ​ແລນ, ທະນາຄານ​ໂລກ, ທະນາຄານ​ພັດທະນາ​ອາຊີ…​ນອກຈາກ​ນັ້ນ​ແລ້ວ, ຜ່ານ​ບັນດາ​ກົນ​ໄກຮ່ວມ​ມື​ນີ້​ຈະ​ຊຸກ​ຍຸ້ການ​ພົວພັນ​ຮ່ວມ​ມື​ມິດ​ຕະພາບຂອງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​​ເຂດ​ລຸ່ມແມ່​ນ້ຳຂອງ​ອື່ນ ພ້ອມ​ທັງ​ຍາດ​ແຍ່ງ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ ຕໍ່​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ຫວຽດນາມ.

   ຄະນະ​ຜູ້​ແທນຫວຽ​ດນາມ​ເຂົ້າຮ່ວມກອງ​ປະຊຸມ AMM 46 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ເພື່ອ​ແນ​ໃສ່​ປັບປຸງ​ຄວາມ​ສາມັກຄີ, ການ​ຮ່ວມ​ມື​ໃນ​ອາ​ຊຽນ, ​ເພີ່ມ​ທະວີ​ບົດບາດ​ເປັນ​ເຈົ້າການ, ຄວາມ​ຮັບຜິດຊອບ​ຂອງ​ອາ​ຊຽນ ຕໍ່​ສັນຕິພາບ, ຄວາມ​ສະ​ຫົງ​ບປອດ​ໄພ​ໃນ​ພາກ​ພື້ນ, ຮັກສາ​ບົດບາດ​ຕົ້ນຕໍ​ຂອງ​ອາ​ຊຽນ ​ໃນສະພາບ​ການ​ໃໝ່. ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື, ພ້ອມ​ກັນ​ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ໃນ​ພາ​ກພື້ນ ​ແລະ ປະກອບສ່ວນ​ຍົກ​ສູງ​ບົດບາດ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ