ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລິມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອິດ​ສະ​ລາ​ແອັນ ປະ​ຈຳ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 16 ມິຖຸນາ ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ອິດສະລາແອັນ ປະຈຳ ຫວຽດນາມ  Nadav Eshcar ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດ ຢູ່ ຫວຽດນາມ.
ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລິມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອິດ​ສະ​ລາ​ແອັນ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ອິດສະລາແອັນ ປະຈຳ ຫວຽດນາມ  Nadav Eshcar

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ເຖິງວ່າພະຍາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນ ເຮັດໃຫ້ການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບຄູ່ຮ່ວມມືອິດສະລາແອັນຖືກຂາດວັກຂາດຕອນກໍ່ຕາມ ແຕ່ສອງຝ່າຍກໍ່ຍັງຜັນຂະຫຍາຍຫຼາຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ກອງປະຊຸມ, ກອງປະຊຸມສຳມະນາ ພາຍໃຕ້ຮູບການທາງໄກ ຢ່າງມີປະສິດທິຜົນເພື່ອແນໃສ່ຄົ້ນຄ້ວາສຳຫຼວດຄວາມສາມາດຮ່ວມມືໃນຂົງເຂດເຕັກໂນໂລຢີ, ເຕັກນິກ, ພະລາທິການ…ຜ່ານນັ້ນ, ສອງຝ່າຍມີໂອກາດຮຽນຮູ້ເຊິ່ງກັນແລະກັນ, ແລກປ່ຽນແບ່ງປັນບົດຮຽນ, ຊອກຫາໂອກາດຮ່ວມມື. ພ້ອມກັນນັ້ນ ສອງຝ່າຍ ກຳລັງສືບຕໍ່ສົມທົບກັນຄົ້ນຄ້ວາ, ເຈລະຈາເພື່ອມຸ່ງໄປເຖິງການລົງນາມສັນຍາສະບັບຕ່າງໆແນໃສ່ສ້າງພື້ນຖານດ້ານນິຕິກຳໃຫ້ແກ່ການພັດທະນາການພົວພັນລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບຄູ່ຮ່ວມມືທີ່ກ່ຽວກຂ້ອງຂອງອິດສະລາແອັນ.

  ສ່ວນທ່ານ ເອກອັກຄະລັດຖະທູດ  Nadav Eshcar ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ເຖິງວ່າຈະຢູ່ຕຳແໜ່ງໃດກໍ່ຕາມ ທ່ານກໍ່ຈະສືບຕໍ່ເປັນຂົວເຊື່ອມຕໍ່ປະກອບສ່ວນເພີ່ມທະວີຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ອິດສະລາແອັນ ແລະ ຫວຽດນາມ ເວົ້າລວມ ແລະ ອົງການທີ່ກ່ຽວຂ້ອງຂອງ ອິດສະລາແອັນ ກັບ ກຳລັງຕຳຫຼວດ ປະຊາຊົນ ຫວຽດນາມ ເວົ້າສະເພາະໃຫ້ນັບມື້ນັບເລິກເຊິ່ງ ແລະ ໝັ້ນແກ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ