ທ່າ​ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ເຂົ້າ​ຮ່ວມ​ງານຊາ​ປະ​​ນ​ະ​ກິດ​ສົບ​ຂອງ​ພະ​ລາ​ຊີ​ນີ ອັງ​ກິດ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມງານຊາປະນະກິດສົບຂອງພະລາຊີນີ ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ  Elizabeth II. 
ທ່າ​ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ເຂົ້າ​ຮ່ວມ​ງານຊາ​ປະ​​ນ​ະ​ກິດ​ສົບ​ຂອງ​ພະ​ລາ​ຊີ​ນີ ອັງ​ກິດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຂຽນໃສ່ປຶ້ມໄຫວ້ອາໄລ (ພາບ: ກະຊວງການຕ່າງປະເທດ)

ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ເດີນທາງໄປຍັງ ລາຊະອານາຈັກ ອັງກິດ ເພື່ອເຂົ້າຮ່ວມງານຊາປະນະກິດສົບຂອງພະລາຊີນີ ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ  Elizabeth II ເຊິ່ງຈັດຂຶ້ນໃນວັນທີ 19 ກັນຍາ 2022 ຢູ່ ລອນດອນ, ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ