ທ່ານລັດຖະມົນຕີເຈີນດ້າຍກວາງຕ້ອນຮັບຮອງປະທານຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດເບລາຣຸດ

ທ່ານລັດຖະມົນຕີເຈີນດ້າຍກວາງຕ້ອນຮັບຮອງປະທານຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດເບລາຣຸດ - ảnh 1
ພົນ​ເອກ ເຈີນ​ດ້າຍກວາງ ຕ້ອນ​ຮັບ ​ທ່ານ Sergienko Igor Petrovich
ພາບ:congan

(vovworld)-​ທີ່​ການ​ຕ້ອນ​ຮັບ​ທ່ານ Sergienko Igor Petrovich, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ເບ​ລາ​ຣຸດ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ພົນ​ເອກ ເຈີນ​ດ້າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫລວດ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າ​ງ​ສອງ​ປະ​ເທດ ເວົ້າ​ລວມ ແລະ ລະ​ຫວ່າງ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ກັບ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບແຫ່ງ​ຊາດ ເບ​ລາ​ຣຸດ ເວົ້າ​ສະ​ເພາະ. ທ່ານ Sergienko Igor Petrovich ຢືນ​ຢັນ: ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ເບ​ລາ​ຣຸດ ຍາມ​ໃດ​ກໍ​ຖື​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ​ເປັນ​ສຳ​ຄັນ ແລະ ສະ​ແດງ​ຄວາມ​ປ​ິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ຖື​ວ່ານີ້​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທ​ິ​ຜົນ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ ແລະ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ