ທ່ານສັນທະປະປາ Francis ຮຽກຮ້ອງທໍາຄວາມສະອາດຂີ້ເຫຍື້ອຢາງ Plastic ຢູ່ມະຫາສະໝຸດ

(VOVWORLD) -ທ່ານສັນທະປະປາ Francis ໄດ້ອອກຄໍາຮຽກຮ້ອງ ຈົ່ງທໍາຄວາມສະອາດຢູ່ບັນດາມະຫາສະໝຸດ ທີ່ພວມຖືກນາບຂູ່ຈາກຂີ້ເຫຍື້ອຢາງ Plastic

ໃນສານເນື່ອງໃນໂອກາດ ວັນບຸນໂລກພາວະນາຂໍຄວາມເບິ່ງແຍງດູແລສັດສາວາສິ່ງ ຄັ້ງທີ 4, ວັນທີ 1 ກັນຍາ, ທ່ານສັນທະປະປາ Francis ໄດ້ອອກຄໍາຮຽກຮ້ອງ ຈົ່ງທໍາຄວາມສະອາດຢູ່ບັນດາມະຫາສະໝຸດ ທີ່ພວມຖືກນາບຂູ່ຈາກຂີ້ເຫຍື້ອຢາງ Plastic, ພ້ອມທັງເນັ້ນໜັກເຖິງຄວາມຈໍາເປັນຂອງການສະໜອງນໍ້າດື່ມໃຫ້ທຸກຄົນ ເໝືອນດັ່ງສິດພື້ນຖານ.

ນອກຈາກຄໍາຮຽກຮ້ອງດັ່ງກ່າວແລ້ວ, ທ່ານສັນທະປະປາ Francis ກໍຖືວ່າ ເລື່ອງຊົມໃຊ້ນໍ້າດື່ມສະອາດ ແມ່ນສິດພື້ນຖານຂອງມະນຸດ ແລະ ຈະແມ່ນຄວາມຫຍຸ້ງຍາກຫຼາຍ ສໍາລັບຫຼາຍຄົນທີ່ບໍ່ໄດ້ສໍາຜັດກັບ “ແຫຼ່ງພະລັງງານທີ່ລໍ້າຄ່າ” ຂອງຊີວິດນີ້.

�� Francis ໄດ້ອອກຄໍາຮຽກຮ້ອງ ຈົ່ງທໍາຄວາມສະອາດຢູ່ບັນດາມະຫາສະໝຸດ ທີ່ພວມຖືກນາບຂູ່ຈາກຂີ້ເຫຍື້ອຢາງ Plastic, ພ້ອມທັງເນັ້ນໜັກເຖິງຄວາມຈໍາເປັນຂອງການສະໜອງນໍ້າດື່ມໃຫ້ທຸກຄົນ ເໝືອນດັ່ງສິດພື້ນຖານ.


ຕອບກັບ

ຂ່າວ/ບົດ​ອື່ນ