ທ່ານຫງວຽນຊວນຟຸກໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຫວຽດນາມ

ທ່ານຫງວຽນຊວນຟຸກໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຫວຽດນາມ - ảnh 1
ທ່ານ ຫງວຽນຊວນຟຸກ ສາບານຕົວດຳລົງຕຳແໜ່ງ

(vovworld) –  ທ່ານ ຫງວຽນ​ຊວນ​ຟຸກ ​ໄດ້​ຮັບ​ການ​ເລ​ືອກຕັ້ງ​ເປັນ​ຜູ້​ນຳ​​ລັດຖະບານ ຫວຽດນາມ ດ້ວຍ​​ບັດ​ສະໜັບສະໜູນ 90,28%, ​ໃນ​ວາລະ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 7/4. ​ເມື່ອ​ສາບານ​ຕົວພາຍຫຼັງ​ຮັບ​ດຳລົງ​ຕຳ​ແໜ່​ງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຢັ້ງຢືນ​ຈົ່ງ​ຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ, ຕໍ່​ປະຊາຊົນ, ຕໍ່​ລັດຖະທຳ​ມະນູນປະ​ເທດ ສສ. ຫວຽດນາມ. ທ່ານ​ໝັ້ນ​ໝາຍຈະ​ມານະ​ພະຍາຍາມ​ຝຶກ​ຝົນ​ຫຼໍ່​ຫຼອມ, ສຸ້ຊົນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ໂດຍ​ພັກ, ລັດ ​ແລະ ປະຊາຊົນ​ໄດ້​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ.

        ​ກ່າວ​ຄຳ​ເຫັນ​ພາຍຫຼັງ​ກາ​ນສາບານ​ຕົວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ​ເນັ້ນ​ໜັກ​ວ່າ:

        “ນີ້​ແມ່ນ​ຄວາມ​ເປັນ​ກຽດ​ອັນ​​ໃຫຍ່​ຫຼວງ ​ແລະ ກໍ່​ແມ່ນ​ໜ້າ​ທີ່ຮັບຜິດຊອບ​ຢ່າງ​ໜັກໜ່ວງ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້. ຂ້າພະ​ເຈົ້າ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ ​ເພື່ອ​ຈຸດໝາຍ​ສ້າງສາ​ປະ​ເທດ​ ຫວຽດນາມ ສັງຄົມ​ນິຍົມ ມີປະຊາຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສິວິ​ໄລ. ​​​ໂດຍ​​ເປັນ​ຫົວໜ້າ​ອົງການ​ບໍລິຫານ​ຂອງ​ລັດ​ສູງ​ສຸດ, ຂ້າພະ​ເຈົ້າ​ຈະ​ພ້ອມ​ກັບ​ບັນດາ​ສະມາຊິກ​​ໃນລັດຖະບານ ມານະ​ພະຍາຍາມ​ກໍ່ສ້າງ​ລັດຖະບານ​ໃຫ້​ໝັ້ນຄົງ, ​ເຂັ້ມ​ແຂງ, ມີ​ຄວາມສາມັກຄີ, ມີປະສິດ​ທິຜົນ, ມີ​ຜົນ​ສັກສິດ, ​ເຄື່ອນ​ໄຫວ​ຈົນສຸດ​ຄວາມ​ສາມາດ​ເພື່ອ​ຮັບ​ໃຊ້ປະຊາຊົນ. ລັດຖະບານ ​ແລະ ນາຍົກລັດຖະມົນຕີ ສືບ​ຕໍ່​ເສີມ​ຂະຫຍາຍມູນ​ເຊື້ອ​ອັນ​ດີງາມ ​ແລະ ໝາກຜົນ​ທີ່​ບັນລຸ​ໄດ້​ຂອງລັດຖ​ະບານ​ຂຸດ​ກ່ອນໆ, ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະຊາຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດຢ່າງ​ເຂັ້ມ​ງວດ, ມານະ​ພະຍາຍາມ​ສູ້ຊົນ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ, ສັງຄົມ​ຢ່າງ​ມີ​ໄຊ, ຍູ້​ແຮງ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ, ​ເສີ​ມຂະຫຍາຍ​ປະຊາທິປະ​ໄຕ, ປະຕິ​ຮູບ​ການ​ບໍລິຫານ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢ່າງ​ສະດວກ, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ​ເດັດ​ດຽວຕໍ່ສູ້​ປົກ​ປັກ​ຮັກ​ສາ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂ​ອງປະ​ເທດ​ຊາດ​​ໄວ້ຢ່າງ​ໝັ້ນຄົງ.”

        ທ່ານ ຫງວຽນ​ຊວນ​ຟຸກ ​ເກີດ​ປີ 1954. ທ່ານ​ເຄີຍ​ດຳລົງ​ຕຳ​ແໜ່​ງຕ່າງໆ​ຄື: ​ເປັນຮອງ​ເລຂາ​ພັກ​ແຂວງ, ​ເປັນປະທານ​ຄະນະ​ກຳມະການ​ປະຊາ​ຊົນ​ແຂວງ ກວາງ​ນາມ, ​ເປັນຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ, ​ເປັນລັດຖະມົນຕີ - ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ, ​ເປັນຮອງ​ນາຍົກລັດຖະມົນຕີ ​ແລະ ທ່ານຍັງ​ແມ່ນ​ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຊຸດ​ທີ 10, 11,12 ​ແລະ ​ເປັນກຳມະການ​ກົມ​ການ​ເມືອງ​ຊຸດ​ທີ 11, 12.

        ຕອນ​​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ອ່ານ​ໃບສະ​ເໜີ​ໃບ​ສະ​ເໜີ​ພົ້ນ​ຕຳ​ແໜ່​ງຮອງ​ປະທານ​ປະ​ເທດຂອງ​ທ່ານ​ນາງ ຫງວຽນ​ທິຢວານ, ທ່ານຫົວໜ້າ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບີ່​ງ, ທ່ານຫົວໜ້າ​ອົງການ​​​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຫງວຽນ​ຮ່ວາ​ບີ່​ງ.

 


ຂ່າວ/ບົດ​ອື່ນ