ທ່ານຫງວຽນຊວນຟຸກໄດ້ເລືອກຕັ້ງເປັນນາຍົກລັດຖະມົນຕີອາຍຸການ2016-2020

ທ່ານຫງວຽນຊວນຟຸກໄດ້ເລືອກຕັ້ງເປັນນາຍົກລັດຖະມົນຕີອາຍຸການ2016-2020 - ảnh 1
ທ່ານ ຫງວຽນ​ຊ​ວນ​ຟຸກ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ
ພາບ:tuoitre.vn

(vovworld)- ​ ທີ່​ວາ​ລະ​ປະ​ຊຸມ​ໃນ​ຕອນ​ບ່າຍ​ວັນ​ທີ 26/7, ທ່ານ ຫງວຽນ​ຊ​ວນ​ຟຸກ​ໄດ້ ຮັບ​ການເລືອກ​ຕັ້ງຈາກ ສະ​ພາ​ແຫ່ງ​ຊາດເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ຍຸ​ການ 2016-2020.  ມີສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 485  ຄົນ​ໃນ​ຈຳ​ນວນ 489 ຕົນ ປ່ອນ​ບັດ​ເຫັນ​ດີ, ກວມ​ອັດ​ຕາ​ສ່ວນ 98,18% ຈຳ​ນວ​ນ​ສະ​ມາ​ຊິກ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ: ປະ​ເທດ​ຊາດ ພວມ​ມີ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ເພື່ອ​ພັດ​ທະ​ນາ ແຕ່​ກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ, ຫວຽດ​ນ​າມ ຄວນ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ, ຍາດ​ແຍ່ງ​ກຳ​ລັງ​ແຮງ​ຈາກ​ພາຍນອກ ເພື່ອ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ເພື່ອ​ພັດ​ທະ​ນາ​ຢ່​າງວ່ອງ​ໄວ ແລະ ໝັ້ນ​ຄົງ, ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ, ມີ​ທີ່​ຕັ້ງ​ບົດ​ບາດ​ນັບ​ມື້​ນັບ​ສູງ​ໃນ​ເວ​ທີ​ສາ​ກົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ລັດ​ຖະ​ບານ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ນະ​ໂຍ​ບາຍ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ພັດ​ທະ​ນາ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ການ​ຮ່ວມ​ສຳ​ພັນ​ສອງ​ພາກ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ. ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ, ປ່ຽນ​ໃຫມ່​ຫົວ​ຄິດ​ປະ​ດິດ​ສ້າງ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ, ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ