ທ່ານຫງວຽນທຽນເຍີນຢ້ຽມຢາມແລະເຮັດວຽກຢູ່ເຂດເສດຖະກິດວູ້ງອາງ,ຮ່າຕິ້ງ

ທ່ານຫງວຽນທຽນເຍີນຢ້ຽມຢາມແລະເຮັດວຽກຢູ່ເຂດເສດຖະກິດວູ້ງອາງ,ຮ່າຕິ້ງ - ảnh 1
(ທ່ານຫງວຽນທຽນເຍີນຢ້ຽມຢາມ
ແລະ ເຮັດວຽກຢູ່ເຂດເສດຖະກິດວູ້ງອາງ, ຮ່າຕິ້ງ)


​(vovworld) - ທີ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຮ່າ​ຕິ້ງ, ຕອນ​ບ່າຍ​ວັນ​ທີ 30/05, ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ພ້ອມ​ກັບ​ຄະນະ​ສຳ​ຫຼວດກວດກາ​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເຂດ​ເສດຖະກິດ ວູ້ງອາງ, ​ແຂວງຮ່າ​ຕິ້ງ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ, ​ໂຄງການ Fomusa ຮ່າ​ຕິ້ງ ​ແມ່ນ​ໂຄງການ​ໃຫຍ່ ​ເຊິ່ງລັດຖະບານ​ຫວຽດນາມ ມີ​ຄວາມ​ສົນ​ໃຈ​​​ເປັນ​ພິ​ເສດ. ​ເມື່ອ​ທຽບ​ໃສ່​ຄາດໝາຍ​ໄລຍະ 1, ​ໂຄງການຜັນ​ຂະຫຍາຍ​ໄດ້ 90% ​ແລ້ວ, ສະ​ນັ້ນ, ປີ 2015 ຕ້ອງ​ສູ້​ຊົນ​ນຳ​​ໂຮງງານ​ເ​ຫຼັກ​ກ້າ ​ແລະ ສ່ວນ​ໜຶ່ງ​ຂອງ​ກຸ່ມ​ທ່າກໍ່າ​ປັ່ນ​ເຂົ້າ​ເຄື່ອນ​ໄຫວ. ທ່ານ ຫງວຽນ​ທ້ຽນ​ເຍີ​ນ ກໍ່​ຕັກ​ເຕືອນ​ແຂວງ​ຮ່າ​ຕິ້ງ ​ໃນ​ເບື້ອງຕົ້ນ​​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ ​ໃນ​ການ​ກໍ່ສ້າງ​​ເຮືອນ​ຢູ່​ໃກ້​ກຳມະກອນ, ​ແຕ່​ພ້ອມ​ກັນ​ນັ້ນ​ຄວນສ້າງ​ເງື່ອນ​ໄຂ​ຮັບ​ນັກຮຽນ, ນັກ​ສຶກສາຊາວ​ຮ່າ​ຕິ້ງ ​ເຂົ້າ​ເຮັດ​ວຽກ​ຢູ່​ໂຮງງານ.

ຂ່າວ/ບົດ​ອື່ນ