ທ່ານ​ຫງວຽນ​ຝູ​ຈ້ອງ ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ​ມີ​ການ​​ໂອ້​ລົມ​ໂທ​ລະ​ສັບ​ກັບ​ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ລັດ​ເຊຍ

(VOVWORLD) - ວັນທີ 11 ມິຖຸນາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໂອ້ລົມໂທລະສັບກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດ ສະຫະພັນລັດເຊຍ ຄືວັນທີ 12 ມິຖຸນາ.

ທ່ານ​ຫງວຽນ​ຝູ​ຈ້ອງ ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ​ມີ​ການ​​ໂອ້​ລົມ​ໂທ​ລະ​ສັບ​ກັບ​ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ລັດ​ເຊຍ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ລັດເຊຍ Putin ໄດ້ຕີລາຄາສູງ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ

(ພາບ: TTXVN)

ໂດຍຕາງໜ້າພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານຫງວຽນຝູຈ້ອງ ໄດ້ອວຍພອນທ່ານ Putin  ແລະ ປະຊາຊົນລັດເຊຍອ້າຍນ້ອງ ເນື່ອງໃນໂອກາດວັນຊາດ ສະຫະພັນລັດເຊຍ ວັນທີ 12 ມິຖຸນາ, ທ່ານກໍ່ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖື ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍເປັນສຳຄັນ, ທ່ານໄດ້ຕີລາຄາສູງບັນດາຜົນງານອັນຍິ່ງໃຫຍ່ເຊິ່ງ  ສະຫະພັນລັດເຊຍບັນລຸໄດ້ພາຍໃຕ້ການຊີ້ນຳຂອງ ທ່ານ Putin, ເນື່ອງໃນໂອກາດນີ້, ທ່ານ ຫງວຽນຝູຈ້ອງກໍ່ໄດ້ອວຍພອນປະຊາຊົນລັດເຊຍເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນໄຊຊະນະຟາດຊິດ.

        ທ່ານ ຫງວຽນຝູຈ້ອງ ແລະ ທ່ານ Putin ໄດ້ຕີລາຄາວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍໃນໄລຍະທີ່ຜ່ານມາ ສືບຕໍ່ບັນລຸໄດ້ຫຼາຍບາດກ້າວພັດທະນາຢ່າງແຮງ. ການນຳສອງທ່ານກໍ່ຢັ້ງຢືນວ່າ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ພະລັງງານແມ່ນບັນດາເສົ້າຄ້ຳສຳຄັນໃນການຮ່ວມມື ລະຫວ່າງ ຫວຽດນາມ - ລັດເຊຍ ແລະ ເຫັນດີເປັນເອກະພາບນຳກັນວ່າ ຄວນຊຸກຍູ້ານຮ່ວມມືໃນບັນດາຂົງເຂດນີ້ໃຫ້ຫຼາຍກ່ວາອີກ.

        ເມື່ອແລກປ່ຽນກ່ຽວກັບ ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳສອງທ່ານກໍ່ໄດ້ຕີລາຄາສູງ ແລະ ເຫັນດີເປັນເອກະພາບວ່າ ຈະຮັດແໜ້ນການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍຢູ່ບັນດາເວທີປາໄສຫຼາຍຝ່າຍ, ສົມທົບກັນຊຸກຍູ້ການສ້າງສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ກົດໝາຍສາກົນຢູ່ໃນໂລກ ກໍ່ຄືໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ