ທ່ານຫງວຽນເຕິນຢຸງ ເຮັດວຽກຢູ່ເຂດ ເສດຖະກິດເວິນໂດນ

ທ່ານຫງວຽນເຕິນຢຸງ ເຮັດວຽກຢູ່ເຂດ ເສດຖະກິດເວິນໂດນ - ảnh 1

(ພາບ:nguyentandung.org)

(vovworld)-​​ວັນທີ 11/8, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ລົງກວດກາ​ໂດຍ​ກົງການ​ຜັນ​ຂະຫຍາຍ​ການວາງ​ແຜນຜັງ​ກໍ່ສ້າງ​ເຂດ​ເສດຖະກິດ​ເວິນ​ໂດນ ຕາມ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ. ນີ້​ແມ່ນ 1 ​ໃນ​ຈຳນວນເຂດ​ເສດຖະກິດ​ແຄ​ມທະ​ເລ 14 ​ແຫ່ງຂອງ​ທົ່ວ​ປະ​ເທດ ​ແລະ ​ແມ່ນ​ກຳລັງ​ໜູນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຂວງ​ກວາງ​ນິງ, ​ເຂດ​ທົ່ງພຽງ​ແມ່ນ້ຳ​ແດງ​ເວົ້າສະ​ເພາະ ​ແລະ ຂອງ​ທົ່ວ​ປະ​ເທດ​ເວົ້າລວມ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໃສ່​ໃຈ​ວ່າ: ​ແຂວງ​ກວາງ​ນິງ ຕ້ອງ​ວາງ​ແຜນຜັງ​ລະອຽດ, ພັດທະນາ​ຄົບ​ຊຸດ ​ແລະ ຕິດ​ພັນບັນດາຕາ​ໜ່າງຄົມມະ ນາຄົມ ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ, ທີ່​ຕັ້ງທ່າ​ໄດ້​ປຽບຂອງເຂດ​ເສດຖະກິດ​ເວິນ​ໂດນ  ຢ່າງ​ມີ​ປະສິດທິ​ຜົນ,  ພ້ອມ​ກັນນັ້ນ, ການ​ພັດທະນາ​ບັນດາ​ຂົງ​ເຂດຕ້ອງ​ຕິດ​ພັນ​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ.     ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ  ກໍ​ໄດ້​ໄປ​ຢ້ຽມຢາມ, ລະດົມ​ກຳລັງ​ໃຈ​ພະນັກງານ, ປຊຊ ຕາ​ແສງ​ເກາະ​ຫງອກ​ວຶ​ງ ສັງກັດ​ກອງ​ພົນ​ນ້ອຍ 242 ທະຫານ​ເຂດ 3 ຊື່​ງ​ແມ່ນ 1 ​ໃນ​ບັນດາ​ຕາ​ແສງ​ເກາະ​ມີ​ທີ່​ຕັ້ງຍຸດ​ທະ​ສາດ​ຂອງ​ເມືອງ​ເວິນ​ໂດ່​ນ. ນະ​ທີ່​ນີ້, ທ່ານ​ປາດ​ຖະໜາ​ວ່າ: ພະນັກງານ, ນັກຮົບ​ກອງພັນ​ເກາະ​ຫງອກ​ວຶ​ງ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ຝຶກ​ອົບຮົມ ກຽມພ້ອມ​ສູ້​ຮົບຢ່າງ​ສູງ, ສະໜິດ​ຕິດ​ພັນ​ກັບ ປຊຊ ​ໃນ​ເກາະ, ພ້ອມ​ກັນ​ພັດທະນາ​ການ​ຜະລິດ ​ແລະ ປົກ​ປັກ​ຮັກສາ​ເຂດນ່ານ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

 

 

ຂ່າວ/ບົດ​ອື່ນ