ທ່ານຫົວໜ້າຄະນະເສດຖະກິດສູນກາງຫງວຽນວັນບິ່ງຕ້ອນຮັບຄະນະປະຕິບັດງານຂອງ IMF

(VOVWORLD) - ຕອນບ່າຍວັນທີ 29 ມີນາ, ຢູ່ສຳນັກງານສູນກາງພັກ, ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງພັກ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານຂອງກອງທຶນເງິນຕາສາກົນ (IMF) ໂດຍທ່ານ Alex Mourmouras, ຫົວໜ້າຄະນະມາດຕາ IV, ກົມອາຊີ - ປາຊີຟິກ ເປັນຫົວໜ້າຄະນະ.

ທ່ານຫົວໜ້າຄະນະເສດຖະກິດສູນກາງຫງວຽນວັນບິ່ງຕ້ອນຮັບຄະນະປະຕິບັດງານຂອງ IMF - ảnh 1ທ່ານຫົວໜ້າຄະນະເສດຖະກິດສູນກາງຫງວຽນວັນບິ່ງ ຕ້ອນຮັບຄະນະປະຕິບັດງານຂອງ IMF

(ພາບ: TTXVN)

ນະທີ່ນີ້, ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງ ປາດຖະໜາວ່າ IMF ສືບຕໍ່ຮ່ວມເດີນທາງ, ຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນ, ເພີ່ມທະວີການເຄື່ອນໄຫວໜູນຊ່ວຍ, ບຳລຸງສ້າງ ແລະ ໃຫ້ຄຳປຶກສາດ້ານນະໂຍບາຍໃຫ້ແກ່ຫວຽດນາມ ກ່ຽວກັບການບໍລິຫານເສດຖະກິດມະຫາພາກ, ການເງິນ, ເງິນຕາ ກໍ່ຄືວິທີການເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແນໃສ່ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ ແລະ ກຳລັງໜູນເຕີບໂຕ.

        ສ່ວນທ່ານ Alex Mourmouras ສະແດງຄວາມເຫັນດີຕໍ່ການປະຕິຮູບນະໂຍບາຍການເງິນ, ສືບຕໍ່ສ້າງໂຄງປະກອບລະບົບທະນາຄານ ແລະ ລະບົບວິສາຫະກິດຄືນໃໝ່, ພ້ອມທັງຢືນຢັນວ່າ, ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍຫວຽດນາມ ໃນວິວັດແຫ່ງການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ