ທ່ານຫົວໜ້າຄະນະເສດຖະກິດສູນກາງຫວຽດນາມຫງວຽນວັນບິ່ງຕ້ອນຮັບຄະນະປະຕິບັດງານກະຊວງການເງິນອາເມລິກາ

(VOVWORLD) -ພັກ ແລະ ລັດຫວຽດນາມຍາມໃດກໍ່ຖືການພົວພັນກັບອາເມລິກາເປັນສຳຄັນ, ເປັນໜຶ່ງໃນຄູ່ຮ່ວມມືແຖວໜ້າຂອງຫວຽດນາມແລະປາດຖະໜາຢາກສືບຕໍ່ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ. 
ທ່ານຫົວໜ້າຄະນະເສດຖະກິດສູນກາງຫວຽດນາມຫງວຽນວັນບິ່ງຕ້ອນຮັບຄະນະປະຕິບັດງານກະຊວງການເງິນອາເມລິກາ - ảnh 1 ທ່ານຫົວໜ້າຄະນະເສດຖະກິດສູນກາງຫວຽດນາມຫງວຽນວັນບິ່ງຕ້ອນຮັບຄະນະປະຕິບັດງານກະຊວງການເງິນອາເມລິກາ (ພາບ: TTXVN)

ທີ່ການຕ້ອນຮັບຄະນະປະຕິບັດງານກະຊວງການເງິນອາເມລິກາໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ກໍລະກົດ, ຢູ່ສຳນັກງານສູນກາງພັກກອມມູນິດຫວຽດນາມ ທ່ານຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງຫວຽດນາມໄດ້ຢັ້ງຢືນວ່າ ພັກ ແລະ ລັດຫວຽດນາມຍາມໃດກໍ່ຖືການພົວພັນກັບອາເມລິກາເປັນສຳຄັນ, ເປັນໜຶ່ງໃນຄູ່ຮ່ວມມືແຖວໜ້າຂອງຫວຽດນາມແລະປາດຖະໜາຢາກສືບຕໍ່ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ. ທ່ານ ຫງວຽນວັນບິ່ງຖືວ່າເສດຖະກິດ-ການຄ້າລ້ວນແຕ່ເປັນເສົາຄ້ຳສຳຄັນໃນການພົວພັນລະຫວ່າງຫວຽດນາມ-ອາເມລິກາ, ຫວຽດນາມຈະບໍ່ສືບຕາມນະໂຍບາຍເກີນດູນການຄ້າກັບອາເມລິກາ, ໂດຍຖືວ່າສອງຝ່າຍຄວນຮ່ວມມືກັນຢ່າງແໜ້ນແຟ້ນເພື່ອແກ້ໄຂບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງມີປະສິດທິຜົນ.

ສະແດງຄວາມຂອບໃຈຕໍ່ທ່ານຫົວໜ້າຄະນະເສດຖະກິດສູນກາງຫວຽດນາມ ຫງວຽນວັນບິ່ງທີ່ໄດ້ສະຫຼະເວລາອັນມີຄ່າມາຕ້ອນຮັບແລະເຮັດວຽກຮ່ວມກັບຄະນະ, ທ່ານ Michell Silk ຜູ້ວ່າການຜູ້ຊ່ວຍວຽກລັດຖະມົນຕີກະຊວງການເງິນອາເມລິກາໄດ້ແນະນຳກ່ຽວກັບຂໍ້ລິເລີ່ມສ້າງແຫຼ່ງທຶນເອກະຊົນເຂົ້າໃນຂົງເຂດພະລັງງານແລະພື້ນຖານໂຄງລ່າງອາຊີ (Asia EIPCI) ໂດຍຜ່ານການຊຸກຍູ້ການລົງທຶນຂອງເອກະຊົນເຂົ້າໃນຂົງເຂດພື້ນຖານໂຄງລ່າງ, ຂອບເຂດພະລັງງານດ້ວຍຄ່າໃຊ້ຈ່າຍຕ່ຳ.

ທ່ານຫົວໜ້າຄະນະເສດຖະກິດສູນກາງຫວຽດນາມຫງວຽນວັນບິ່ງໄດ້ຊົມເຊີຍແລະຕີລາຄາສູງຕໍ່ຂໍ້ລິເລີ່ມແລະຖືວ່າຂໍ້ລິເລີ່ມດັ່ງກ່າວຈະແມ່ນແທດເໝາະກັບແນວທາງ, ແຜນນະໂຍບາຍຂອງຫວຽດນາມໃນການດຶງດູດບັນດາແຫຼ່ງທຶນພາຍໃນແລະຕ່າງປະເທດເພື່ອພັດທະນາເຂົ້າໃນຂົງເຂດພະລັງງານ, ພື້ນຖານໂຄງລ່າງຂອງຫວຽດນາມໃນໄລຍະທີ່ຈະມາເຖິງ, ເພື່ອແນໃສ່ການພັດທະນາພື້ນຖານເສດຖະກິດຫວຽດນາມຢ່າງວ່ອງໄວ, ຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ