ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຖິງແກ່ມໍລະນະກຳ

(VOVWORLD) - ທ່ານໄດ້ເຂົ້າຮ່ວມການເຄື່ອນໄຫວປະຕິວັດ ແລະ ກາຍເປັນສະມາຊິກພັກກອມມູນິດ ຫວຽດນາມ, ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຄີຍດຳລົງຫຼາຍຕຳແໜ່ງຕ່າງໆ...

ຕາມແຫຼ່ງຂ່າວຈາກຄະນະປົກປ້ອງ, ດູແລສຸຂະພາບພະນັກງານສູນກາງພັກ, ທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດ໊ເມື່ອຍ ໄດ້ເຖິງແກ່ມໍລະນະກຳໃນເວລາ 23 ໂມງ 12 ນາທີວັນທີ 1 ຕຸລາ 2018 ຢູ່ໂຮງໝໍສູນກາງກອງທັບ 108 ຍ້ອນມີອາຍຸສູງ, ສຸຂະພາບອ່ອນເພຍ.

        ທ່ານ ໂດ໊ເມື່ອຍ, ເກີດວັນທີ 2 ກຸມພາ 1917, ຢູ່ຕາແສງ ດົງໝີ, ເມືອງ ແທງຈີ່, ນະຄອນຮ່າໂນ້ຍ.

        ທ່ານໄດ້ເຂົ້າຮ່ວມການເຄື່ອນໄຫວປະຕິວັດ ແລະ ກາຍເປັນສະມາຊິກພັກກອມມູນິດ ຫວຽດນາມ, ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຄີຍດຳລົງຫຼາຍຕຳແໜ່ງຕ່າງໆ, ທ່ານມີການປະກອບສ່ວນອັນໃຫຍ່ຫຼວງຕໍ່ພາລະກິດແຫ່ງການປະຕິວັດຂອງພັກ ແລະ ຂອງຊາດ.

        ໃນຊຸມປີດຳລົງຕຳແໜ່ງເປັນເລຂາທິການໃຫຍ່ (6/1991 – 12/1997), ທ່ານໄດ້ພ້ອມກັບໝູ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ມີຄວາມສາມັກຄີ, ເປັນເອກະພາບ, ຊີ້ນຳ ນຳພາທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ສືບຕໍ່ປະຕິບັດແນວທາງແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້. ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ຮັບກາໝາຍພັກ 80 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ