ທ່ານຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີ ການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ ເຢຍລະມັນ

ທ່ານຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີ ການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ ເຢຍລະມັນ  - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີການ​ຕ່າງປະ​ເທດ ຟ້າ​ມບິ່ງມິ​ງ
​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ Edelgard Bulmahn
(ພາບ: VGP)


(vovworld) - ຕອນ​ບ່າຍ​ວັນ​ທີ 15/4, ທີ່​ການ​ຕ້ອນຮັບ​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ Edelgard Bulmahn, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງມິ​ງ ຕີ​ລາຄາ​ສູງ​​ເລື່ອງ​ ສ​.ສະຫະພັນ ເຢຍລະ​ມັນ ​ສືບ​ຕໍ່ເປັນ​ຄູ່​ຮ່ວມ​ມື​ການ​ຄ້າອັນ​ດັບໜຶ່ງຂອງ​ຫວຽດນາມ ​ແລະ ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ ເຢຍລະ​ມັນ ສືບ​ຕໍ່​ສະໜັບສະໜູນ, ຊຸກຍູ້​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ເຢຍລະ​ມັນ ​ເພີ່ມ​ທະວີ​ການລົງທຶນ​ເຂົ້າ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີການ​ຕ່າງປະ​ເທດ ຟ້າ​ມບິ່ງມິ​ງ ຊົມ​ເຊີຍ​​ເລື່ອງ ເຢຍລະ​ມັນ ​ໄດ້​ເລືອກນະຄອນ ​ໂຮ່ຈີ໋ມິນ​ ເປັນ​ສະ​ຖານ​ທີ່​ເພື່ອ​ຈັດຕັ້ງກອງ​ປະຊຸມດຳ​ເນີນ​​ທຸລະ​ກິດ ເຢຍລະ​ມັນ - ອາຊີ ປາຊີ​ຟິກ ຄັ້ງທີ 14 ​ໃນ​ເດືອນ 11/2014, ​ແລະ ຕີ​ລາຄາ​ວ່າ​ນີ້ຈະ​ແມ່ນ​ເຫດການ​ເສດຖະກິດ​ສຳຄັນ, ປະກອບສ່ວນ​ຊຸກຍູ້​ການ​ຄ້າ ​ແລະ ການ​ລົງທຶນລະຫວ່າງ​ ເຢຍລະ​ມັນ ກັບ​ບັນດາ​ປະ​ເທດ ອາຊີ - ປາຊີ​ຟິກ ​ເວົ້າລວມ ​ແລະ ກັບ ຫວຽດນາມ ​ເວົ້າສະ​ເພາະ. ທ່ານນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ Edelgard Bulmahn ຢືນຢັນ​ວ່າ ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ເຢຍລະ​ມັນ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ, ຢືນຢັນ​ສະໜັບສະໜູນ ຫວຽດນາມ ພັດທະນາ​ສາຍ​ພົວພັນ​ກັບ EU, ​ໃນ​ນັ້ນມີ​ເລື່ອງ​​ໃຫ້​ສັດຕະຍາບັນສັນຍາ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ຮອບ​ດ້ານ(PCA) ​ໂດຍ​ໄວ ​ແລະ ສິ້ນສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ(FTA) ຫວຽດນາມ - EU. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມືຈຸດ​ສຸມ​ລະຫວ່າງ​ສອງ​ປະ​ເທດ​ຄື ​ໂຄງການ​ລົດ​ໄຟ​ໃຕ້​ດິນ​ເສັ້ນທາງ​ທີ 2 ຢູ່​ນະຄອນ ​ໂຮ່ຈີ໋ມິນ, ມະຫາວິທະຍາ​ໄລ ຫວຽດນາມ - ເຢຍລະ​ມັນ…; ຈັດຕັ້ງບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ໃນ​ປີ 2015 ​ເພື່ອ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ເຢຍລະ​ມັນ.

    ກ່ອນໜ້ານັ້ນ,​ ​ຕອນ​ເຊົ້າວັນ​ທີ 15/4, ທ່ານນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ Edelgard Bulmahn ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ ພາລະ​ກຳ​ປົກ​ປັກ​ຮັກສາ​ສັນຕິພາບ “ ​​ໂດຍ​ສະ​ຖາ​ບັນ Friedrich Ebert (​ສ​.ສະຫະພັນ ເຢຍລະ​ມັນ) ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ສັນຕິພາບ Stockholm(ຊູ​ແອດ) ຈັດ​ຕັ້ງຢູ່ ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ