ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີຍ້ອງຍໍ ນັກຮຽນຊາວຊົນເຜົ່າສ່ວນໜ້ອຍ

ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີຍ້ອງຍໍ ນັກຮຽນຊາວຊົນເຜົ່າສ່ວນໜ້ອຍ - ảnh 1
ພິທີຍ້ອງ​ຍໍນັກຮຽນ​ ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍທີ່​​ໄດ້​ຮັບ​ລາງວັນສູງ​ໃນ​ການ​ເສັງ​ລະດັບ​ຊາດ ​
ແລະ ​​ເສັງ​ໄດ້​ທີໜຶ່ງ, ດ້ວຍຄະ​ແນນສູງ​ເຂົ້າມະຫາວິທະຍາ​ໄລ, ວິທະຍາ​ໄລ​ປີ 2013
(ພາບ: dantri.com.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 16/11, ຄະນະ​ກຳມະການ​ຊົນ​ເຜົ່າ​ໄດ້​ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ບຳລຸ​ງສ້າງ, ສຳນັກ​ຂ່າ​ວສານ​ຫວຽດນາມ ຈັດ​ຕັ້ງ​ພິທີ “​ຍ້ອງ​ຍໍນັກຮຽນ​ ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍທີ່​​ໄດ້​ຮັບ​ລາງວັນສູງ​ໃນ​ການ​ເສັງ​ລະດັບ​ຊາດ ​ແລະ ​​ເສັງ​ໄດ້​ທີໜຶ່ງ, ດ້ວຍຄະ​ແນນສູງ​ເຂົ້າມະຫາວິທະຍາ​ໄລ, ວິທະຍາ​ໄລ​ປີ 2013”. ກ່າ​ວຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​​ຟຸກ ​ເນັ້ນ​ໜັກ​ວ່າ: ຊາດ​ຫວຽດນາມ ມີ​ມູນ​ເຊື້ອ​ມັກ​ຮໍ່າ​ຮຽນ, ບັນດາ​ແບບຢ່າງ​ບື່ນຕົວ​ຂຶ້ນຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ຮໍ່າຮຽນ ໄດ້ຮັບ​ການເຊີດ​ຊູຈາກວົງ​ຄະນະ​ຍາດ​​. ຍາມ​ໃດ​ຫວຽດນາມ ກໍ່​ສະ​ເໝີ​ຕົ້ນ​ສະໝີ​ປ່າຍ​ໃນ​ການ​ສຶກສາ, ບຳລຸງ​ສ້າງ​ແມ່ນລັດຖະນະ​ໂຍບາຍອັນ​ດັບ​ໜຶ່ງ. ລັດ​ໄດ້​ລົງທຶນ​ໃຫ້​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງດ້ານການ​ສຶກສາ​ໃຫ້​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເວົ້າ​ວ່າ.

        “​ໃນ​ຊຸມ​ປີຜ່າ​ນມາ, ລັດ​ໄດ້​ລົງທຶນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດ້ານ​ການ​ສຶກສາ ​ແລະ ບຳລຸ​ງສ້າງນັບ​ມື້​ນັບ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຜ່ານ​ນັ້ນ​ວຽກ​ງານ​ສຶກສາ ​ແລະ ບຳລຸງ​ສ້າງ​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົ​ມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາ​ມທຸກ​ຍາກ​ຢູ່​ບັນດາ​ທ້ອງ​ຖິ່ນ. ຂະ​ແໜງ​ສຶກສາ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນໜ້ອຍ ​ແລະ ​ເຂດ​ພູດ​ອຍ ນອກຈາກ​ສຸມ​ໃສ່ຍົກ​ສູງ​ຄຸນ​ນະພາ​ບ​ລວມ​ແລ້ວ ​ໄດ້ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ສຶກສາ​ປາຍ​ແຫຼມ, ບຳລຸງ​ສ້າງ​ນັກຮຽນ​ເກັ່ງ. ຍາມ​​ໃດຂະ​ບວນການ​ແຂ່ງ​ຂັ້ນ​ສອນ​ດີ, ຮຽນ​ເກັ່ງກໍ່​ໄດ້​ຮັບ​ການ​ສົ່ງ​ເສີມ. ບັນດາ​ນັກຮຽນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ສູ້​ຊົນ​ບືນ​ຕົວ​ຂຶ້ນ​ຍາດ​ໄດ້​ບັນດາ​ລ້າງ​ວັນ​ສູງ”.

        ​ໃນ​ປີ 2013, ​ ທົ່ວ​ປະ​ເທດ​ມີນັກຮຽນ​ຊົນ​ເຜົ່າ 105 ຄົນ ​ຍາດ​ໄດ້​ລາງວັນສູງ​ໃນ​ການ​ເສັ່ງ​ນັກຮຽນ​ເກັ່ງ​ລະດັບ​ຊາດ ຫຼື ຍາດ​ໄດ້​ລ້າງ​ວັນ​ທີ​ໜຶ່ງ​​ໃນ​ການ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ, ວິທະຍາ​ໄລ.

ຂ່າວ/ບົດ​ອື່ນ