ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ເຂົ້າຮ່ວມກອງປະຊຸມ ປົວຢາວ

ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ເຂົ້າຮ່ວມກອງປະຊຸມ ປົວຢາວ - ảnh 1
ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປາ​ໄສ​ປົວ​ຢາ​ວ 2012

( vovworld ) – ​ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປາ​ໄສ​ປົວ​ຢາ​ວ 2012 ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ໄຮ່​ໜານ, ປະ​ເທດ​ຈີນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​​ໃນສອງ​ວາລະ​ປະຊຸມທີ່​ສຳຄັນ, ​ເຊິ່ງລວມມີ​ວາລະ​ປຶກສາ​ຫາລືກ່ຽວ​ກັບ​ອາ​ຊຽນ ດ້ວຍ​ຫົວ​ຂໍ້​ວ່າ “ ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ພາກ​ພື້ນ ” ​ແລະ ວາລະ​ເຮັດ​ວຽກ​ດ້ວຍ​ຫົວ​ຂໍ້​ວ່າ “ ອາຊີ​​ໂລກທີ່​ພວມ​ມີ​ການ​ຫັນປ່ຽນ; ມຸ່ງ​ໄປ​ເຖິງ​ການຈະ​ເລີ​ນ​ເຕີບ​ໂຕຢ່າງປອດ​ໄສ ​ແລະ ໝັ້ນຄົງ ”.

ທີ່​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ອາ​ຊຽນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ແບ່ງປັນ​ທັດສະນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ວິວັດ​ການ​ເຊື່ອມ​ໂຍງ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ອາ​ຊຽນ ​ໃນ​ການກໍ່ສ້າງ​ປະຊາ​ຄົມ​​ເສດຖະກິດອາ​ຊຽນ​ໃຫ້​ສຳ​ເລັດ​ໃນ​ປີ 2015. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ການ​ຮັດ​ແຄບຊ່ອງ​ວ່າງການ​ພັດທະນາ​ພາຍ​ໃນ​ກຸ່ມ ​ແລະ ພາກ​ພື້ນ, ​ເພີ່ມ​ທະວີ​ເຊື່ອນ​ຈອດ​ທັງ​ດ້ານ​ພື້ນຖານ​ໂຄງ​ລ່າງ, ລະບຽບ​ກົດໝາຍ ​ແລະ ພົບ​ປະ​ແລກປ່ຽນ​ປະຊາຊົນ, ສົມທົບ​ກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ.

ກ່າວ​ຄຳ​ເຫັນ​ທີ່​ວາລະ​ເຮັດ​ວຽກ​​ກ່ຽວ​ກັບ​ຫົວ​ຂໍ້ວ່າ ອາຊີ​ໃນ​ໂລກທີ່​ພວມ​ມີ​ການ​ຫັນປ່ຽນ.  ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ຕີ​ລາຄາ​​ເລື່ອງ​ບັນດາ​ພື້ນຖານ​ເສດ​ຖະກິດ​ອາຊີ ພວມ​ຢູ່ໃນ​ວິວັດ​ການ​ຫັນປ່ຽນ​ຢ່າງ​ແຮງ, ມຸ່ງ​ໄປ​ເຖິງ​ການຈະ​ເລີ​ນ​ເຕີບ​ໂຕປອດ​ໄສ ​ແລະ ໝັ້ນຄົງ​ແມ່ນ​ແທດ​ເໝາ​ະກັບ​ທ່າ​ອຽງລວມຂອງ​ໂລກ. ທ່າ​ນຮອງ​ນາຍົກລັດຖະມົນຕີ Hoang Trung Hai ກໍ​ແບ່ງປັນນະ​ໂຍບາຍ​​ໂຄງ​ປະກອບສ້າງ​ພື້ນຖານ​ເສດຖະກິດມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕ​ຂຽວ ​ແລະ ໝັ້ນຄົງ​ຂອງ​ຫວຽດນາມ ນີ້ກໍແມ່ນນະ​ໂຍບາຍ​ເພື່ອ​ຮັບປະກັນ​ການຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ​ຂອງ​ແຕ່ລະ​ປະ​ເທດ​ກໍ​ຄື​ທົ່ວ​ພາກ​ພື້ນ.

        ຢູ່​ນອກ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ຕ້ອນ​ຮັບທ່ານ​ຮອງ​ເລຂາທິການ​​ໃຫຍ່​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ ( OECD ) Richard Boucher ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ​ອົງການ​ນີ້.

ຂ່າວ/ບົດ​ອື່ນ