ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ຕ້ອນຮັບປະທານກຸ່ມບໍລິສັດ KPMG

ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ຕ້ອນຮັບປະທານກຸ່ມບໍລິສັດ KPMG - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ  Vu Van Ninh ​
ຕ້ອນຮັບ​ທ່ານ Michael J. Andrew, ປະທານ​ກຸ່ມ​ບໍລິສັດ KPMG
ພາບ:internet


(vovworld) -  ຕອນ​ບ່າ​ຍວັນ​ທີ 14/8 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Vu Van Ninh ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Michael J. Andrew, ປະທານ​ກຸ່ມ​ບໍລິສັດ KPMG ທົ່ວ​​ໂລກ. ກຸ່ມ​ບໍລິສັດ KPMG ຊື່ງ​ລວມມີ: ບັນດາ​ບໍລິສັດ​ສະມາຊິກ​ເຄີຍ​ສະຫນອງ​ບັນດາ​ບໍລິການ​ກວດ​ສອບ, ພາສີ ​ແລະ ​ໃຫ້​ຄຳ​ປຶກສາ, ປະຈຸ​ບັນ​ພວມ​ເຄື່ອນ​ໄຫວ​ຢູ່ 152 ປະ​ເທດ ດ້ວຍ​ພະນັກງານກວ່າ 145.000 ຄົນ. KPMG ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1994. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຂອງ KPMG ທີ່​ມີ​ຕໍ່​ການ​ພັດທະນາ​ໃນ​ຂົງ​ເຂດ​ກວດ​ສອບ, ພາສີ ​ແລະ ​ໃຫ້​ຄຳ​ປຶກສາຂອງ ຫວຽດນາມ, ພິ​ເສດ ​ໃນ​ການ​ປ່ຽນ​​ໃຫມ່​ການ​ຄຸ້ມ​ຄອງ, ຍົກ​ສູງ​ລະດັບ​ຄວາມ​ຮູ້​ບໍລິຫານ ​ແລະ ນຳ​ໃຊ້​ບັນດາ​ມາດຕະຖານ​ສາກົນ. ທ່ານ Michael J. Andrew ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ​ໃນ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ກຸ່ມ​ບໍລິສັດ KPMG ໝັ້ນ​ໝາຍ ສືບ​ຕໍ່​ມີຫນ້າ​ຢູ່ ຫວຽດນາມ​ເພື່ອ​ສະຫນອງ​ບັນດາ​ບໍລິການ​ດັ່ງກ່າວ​ໃຫ້​ແກ່​ວິ​ສາ​ຫະກິດ ຫວຽດນາມ ກໍ​ຄື​ນັກ​ລົງທຶນ​ຕ່າງປະ​ເທດ./.

ຂ່າວ/ບົດ​ອື່ນ