ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ: ເພີ່ມທະວີການຍາດແຍ່ງກາລະໂອກາດຈາກບັນດາຕະຫລາດໃຫມ່ ທີ່ມີ FTA ໃນ CPTPP và EVFTA.

(VOVWORLD) - ຫ້ອງການລັດຖະບານ ຫາກໍ່ມີເອກະສານແຈ້ງຂ່າວກ່ຽວກັບຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ກ່ຽວກັບໝາກຜົນການຜັນຂະຫຍາຍບັນດາສັນຍາ CPTPP  ແລະ EVFTA ຂອງບັນດາກະຊວງ, ຂະແຫນງການ, ອົງການ ແລະ ທ້ອງຖິ່ນໃນປີ 2020.

ກະຊວງການເງິນ ຈັດແບ່ງເພີ່ມເຕີມງົບປະມານໃຫ້ແກ່ບັນດາອົງການປະຕິບັດຫນ້າທີ່ໃນແຜນການປະຕິບັດສັນຍາ CPTPP  ແລະ EVFTA ເພື່ອຮັບປະກັນການຜັນຂະຫຍາຍບັນດາການເຄື່ອນໄຫວໃຫ້ມີປະສິດທິຜົນ ແລະ ຕາມຄວາມຄຶບຫນ້າທີ່ໄດ້ເຊັນອະນຸມັດ.

ກະຊວງແຜນການ ແລະ ການລົງທຶນ ສົມທົບກັບບັນດາທ້ອງຖິ່ນ ຕິດຕາມຕົວເລກການລົງທຶນກັບບັນດາປະເທດ ເຂົ້າຮ່ວມສັນຍາ CPTPP  ແລະ EVFTA ສະຫນອງໃຫ້ກະຊວງອຸດສາຫະກຳ ການຄ້າ ເພື່ອລວບລວມ.

ທະນາຄານແຫ່ງລັດ ຫວຽດນາມ ຄົ້ນຄ້ວາມາດຕະການເພື່ອສ້າງເງື່ອນໄຂສະດວກກວ່າໃຫ້ແກ່ວິສາຫະກິດໃນການສຳຜັດກັບບັນດາບ້ວງສິນເຊື່ອເພື່ອຍາດແຍ່ງບັນດາສັນຍາ FTA ຂອງຫວຽດນາມ.

ບູລະນະ ແລະ ສົກສູງກຳລັງຄວາມສາມາດໃຫ້ແກ່ພາກສ່ວນຮັບຜິດຊອບກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນເວົ້າລວມ ແລະ ການປະຕິບັດສັນຍາ CPTPP ແລະ EVFTA ເວົ້າສະເພາະ. ເປັນເຈົ້າການເຊື່ອມໂຍງ ແລະ ສົມທົບກັບອົງການຮັບຜິດຊອບ ປະຕິບັດສັນຍາ CPTPP ຂອງກະຊວງອຸດສາຫະກຳ ການຄ້າ ເພື່ອຍົກສູງປະສິດທິຜົນການປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ