ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ເຂົ້າຮ່ວມກອງປະຊຸມຂັ້ນສູງ ຝລັ່ງໂກໂຟນີ ຢູ່ Yerevan, ອາກເມນີ

(VOVWORLD) -ທ່ານຟ້າມບິ່ງມິນ ໄດ້ສະເໜີບັນດາປະເທດ ສະໜັບສະໜູນຫວຽດນາມ - ເຊິ່ງແມ່ນຜູ້ສະໝັກເລືອກຕັ້ງໜຶ່ງດຽວຂອງ ກຸ່ມປະເທດ ອາຊີ- ປາຊີຟິກ ເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. 

        ຕອນເຊົ້າວັນທີ 11 ຕຸລາ, ຢູ່ ນະຄອນຫຼວງ Yerevan, ສາທາລະນະລັດ ອາກເມນີ, ກອງປະຊຸມຂັ້ນສູງ ບັນດາປະເທດນໍາໃຊ້ພາສາ ຝລັ່ງ ຄັ້ງທີ 17 ໄດ້ໄຂຂຶ້ນຢ່າງສົມກຽດ. ເຂົ້າຮ່ວມກອງປະຊຸມມີຜູ້ແທນເກືອບ 3.500 ທ່ານ ທີ່ມາຈາກ 84 ປະເທດ ແລະ ເຂດແຄວ້ນ, ໃນນັ້ນລວມມີ ການນໍາບັນດາປະເທດ ແລະ ເຂດແຄວ້ນ ສະມາຊິກຂອງ ອົງການສາກົນ ຝລັ່ງໂກໂຟນີ ປະມານ 40 ຄົນ, ຜູ້ຕາງໜ້າຂອງສະຫະປະຊາຊາດ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ເຂົ້າຮ່ວມກອງປະຊຸມຂັ້ນສູງ ຝລັ່ງໂກໂຟນີ ຢູ່ Yerevan, ອາກເມນີ - ảnh 1ຫົວໜ້າຄະນະຜູ້ແທນບັນດາປະເທດ ຖ່າຍຮູບເປັນທີ່ລະນຶກ ທີ່ ກອງປະຊຸມ ຂັ້ນສູງ ບັນດາປະເທດນໍາໃຊ້ພາສາ ຝລັ່ງ ຄັ້ງທີ 17 (ພາບ:Tam Hang/TTXVN)

ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ນໍາໜ້າເຂົ້າຮ່ວມກອງປະຊຸມ ເຊິ່ງທ່ານໄດ້ຢັ້ງຢືນເຖິງຄໍາໝັ້ນສັນຍາ ແລະ ຄວາມສະໜິດຕິດພັນຂອງຫວຽດນາມກັບບັນດາປະເທດນໍາໃຊ້ພາສາຝລັ່ງ ແລະ ໃຫ້ຄໍາໝັ້ນສັນຍາກັບລັດທິຫຼາຍຝ່າຍ, ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະຕັ້ງໜ້າຂອງຫວຽດນາມ ໃນການຜັນຂະຫຍາຍບັນດາການກໍານົດທິດກ່ຽວກັບການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ.

ບັນດາປະເທດໄດ້ສຸມໃສ່ເນັ້ນໜັ້ກເຖິງບົດບາດສໍາຄັນຂອງບັນດາອົງການຈັດຕັ້ງສາກົນຫຼາຍຝ່າຍ,ໃນນັ້ນມີອົງການຝລັ່່ງໂກໂຟນີ ໃນເລື່ອງເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ເຄົາລົບຄວາມເປັນຫຼາຍຮູບຫຼາຍແບບ, ຊຸກຍູ້ການຮ່ວມມື ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂບັນດາບັນຫາທົ່ວໂລກ ແລະ ໃນຂົງເຂດນໍາໃຊ້ພາສາຝລັ່ງ.

        ຢູ່ນອກກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ມີການພົບປະ 2 ຝ່າຍ ກັບລັດຖະມົນຕີບາງປະເທດ ຄື ທ່ານ Camara Kamsissa ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ມາລີ, ທ່ານນາງ Maria Ubach Font ລັດຖະມົນຕີການຕ່າງປະເທດ ອັງໂດຣາ, ທ່ານ Avedis Guidania ລັດຖະມົນຕີການທ່ອງທ່ຽວ ປະເທດ ລີບັງ, ທ່ານ Bocchit Edmond ລັດຖະມົນຕີການຕ່າງປະເທດ ໄຮຕີ ແລະ ທ່ານນາງ Audrey Azoulay ຜູ້ອໍານວຍການໃຫຍ່ອົງການຈັດຕັ້ງ ວັດທະນະທໍາ-ການສຶກສາ ຂອງ ສປຊ (UNESCO).  ໃນບັນດາການພົບປະດັ່ງກ່າວນັ້ນ, ທ່ານຟ້າມບິ່ງມິນ ໄດ້ສະເໜີບັນດາປະເທດ ສະໜັບສະໜູນຫວຽດນາມ - ເຊິ່ງແມ່ນຜູ້ສະໝັກເລືອກຕັ້ງໜຶ່ງດຽວຂອງ ກຸ່ມປະເທດ ອາຊີ- ປາຊີຟິກ ເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. ບັນດາປະເທດ ລ້ວນແຕ່ຮັບຮູ້ ແລະ ໃຫ້ ຄໍາໝັ້ນໝາຍວ່າ ຈະພິຈາລະນາຕໍ່ຄໍາສະເໜີຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ