ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ແຟງລັງ

(VOVWORLD) - ວັນທີ 25 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ແຟງລັງ Kari Kahiluoto ເນື່ອງໃນໂອກາດມາຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ແຟງລັງ - ảnh 1 ທ່ານ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ແຟງລັງ Kari Kahiluoto (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ພ້ອມກັບບັນດາກະຊວງ, ຂະແໜງການ, ຄູ່ຮ່ວມມື ຫວຽດນາມ ຊອກຫາບັນດາກາລະໂອກາດຮ່ວມມືໃໝ່, ໃຫ້ບຸລິມະສິດໃນການເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດ ແລະ ຮາກຖານການສຶກສາ, ຄົ້ນຄວ້າ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີລັດຖະບານ ແຟງລັງ ແລະ ທ່ານເອກອັກຄະລັດຖະທູດ ເພີ່ມທະວີບັນດາມາດຕະການຊຸກຍູ້ດ້ານການຄ້າ - ການລົງທຶນ, ສົ່ງເສີມ ແລະ ໜູນຊ່ວຍວິສາຫະກິດ ແຟງລັງ ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ພິເສດແມ່ນໃນບັນດາຂົງເຂດຄື: ເຕັກໂນໂລຢີສະອາດ, ພະລັງງານຜະລິດຄືນໃໝ່, ສິ່ງແວດລ້ອມ, ບຳບັດນ້ຳເສຍ.

        ສ່ວນທ່ານອັກຄະລັດຖະທູດ ແຟງລັງ Kari Kahiluoto ຢືນຢັນວ່າ: ຈະຕັ້ງໜ້າປະກອບສ່ວນ, ຊຸກຍູ້ການພົວພັນ ຫວຽດນາມ - ແຟງລັງ ໃຫ້ພັດທະນາຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ, ພິເສດແມ່ນໃນບັນດາຂົງເຂດຄື: ການຄ້າ - ການລົງທຶນ, ການສຶກສາບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ - ຫົວຄິດປະດິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ