ທ່ານຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຈີ້ງດິງຢຸງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຫາຍຟ່ອງ

(VOVWORLD) - ການຜັນຂະຫຍາຍທ່າກໍາປັ່ນສາກົນຢູ່ ແລກຮວ້ຽນມີຄວາມໝາຍສໍາຄັນຍິ່ງ ແນໃສ່ເສີມຂະຫຍາຍທ່າໄດ້ປຽບ, ທີ່ຕັ້ງທາງພູມສາດ ເພື່ອຫັນເປັນທັນສະໄໝ, ຍົກສູງກໍາລັງແກ່ງແຍ່ງຂອງພື້ນຖານເສດຖະກິດ, ພັດທະນາທ່າກໍາປັ່ນທະເລຕິດພັນກັບໜ້າທີ່ຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ທ່ານຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຈີ້ງດິງຢຸງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຫາຍຟ່ອງ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈີ້ງດິງຢຸງ  (ພາບ: VGP)

 ຕອນເຊົ້າວັນທີ 02 ມີນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈີ້ງດິງຢຸງ ນໍາໜ້າຄະນະປະຕິບັດງານຂອງລັດຖະບານລົງຢ້ຽມຢາມ ແລະ ເຮັດວຽກຢູ່ຫາຍຟ່ອງ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈີ້ງດິງຢຸງ ແລະ ຄະນະປະຕິບັດງານໄດ້ໄປກວດກາສະພາບການຜັນຂະຫຍາຍການປະຕິບັດໂຄງການທ່າກໍາປັ່ນ ແລກຮ້ວຽນ ແລະ ສະພາບການລົງທຶນໂຄງການໂຮງງານຜະລິດລົດໂອໂຕVinFast. ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ການຜັນຂະຫຍາຍທ່າກໍາປັ່ນສາກົນຢູ່ ແລກຮວ້ຽນມີຄວາມໝາຍສໍາຄັນຍິ່ງ ແນໃສ່ເສີມຂະຫຍາຍທ່າໄດ້ປຽບ, ທີ່ຕັ້ງທາງພູມສາດ ເພື່ອຫັນເປັນທັນສະໄໝ, ຍົກສູງກໍາລັງແກ່ງແຍ່ງຂອງພື້ນຖານເສດຖະກິດ, ພັດທະນາທ່າກໍາປັ່ນທະເລຕິດພັນກັບໜ້າທີ່ຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈີ້ງດິງຢຸງ ຮຽກຮ້ອງເຈົ້າຂອງການລົງທຶນ, ບັນດາຜູ້ຮັບເໝົາຕ້ອງມານະພະຍາຍາມເພື່ອຮັບປະກັນໃຫ້ຖືກກັບຄວາມຄືບໜ້າການກໍ່ສ້າງ, ຮັບປະກັນຄວາມປອດໄພໃນໄລຍະດໍາເນີນການກໍ່ສ້າງຢ່າງສຸດຂີດ.

ຫຼັ້ງຈາກນັ້ນ,ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈີ້ງດິງຢຸງເປັນປະທານການເຮັດວຽກກັບການນໍາຫຼັກແຫຼ່ງຂອງນະຄອນຫາຍຟ່ອງກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ