ທ່ານຮອງນາຍົກລັດຖະມົນຕີ ຫງວຽນທຽນເຢີນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ວາບິ່ງ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນທຽນເຢີນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ວາບິ່ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຢີນ
ລົງຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ແຂວງ​ຮ່ວາ​ບິ່ງ
(ພາບ: nhandan.com.vn)


(vovworld) - ວັນ​ທີ 14/03, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຢີນ ນຳ​ໜ້າໄດ້​ລົງຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ແຂວງ​ຮ່ວາ​ບິ່ງ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ, ສັງຄົມ​ໃນ​ປີ 2013, ໜ້າ​ທີ່​​ໃນປີ 2013; ຕີ​ລາຄາ​​ສະຫຼຸບ​ 3 ປີ​ແຫ່ງ​ການການ​ປະຕິບັດ​ແຜນຮ່າງ “ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ​ຮອດ​ປີ 2020”. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຢີ​ນ ສະ​ເໜີ​ໃຫ້​ແຂວງ ຮ່ວາ​ບິ່ງ ຕ້ອງ​ມີ​ມາດ​ຕະການ​ແກ້​ໄຂ​ຕ່າງໆ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີປະສິດທິ​ຜົນ​ໃຫ້​ແກ່​ວຽການ​ບຳລຸງ​ສ້າງ​ວິຊາ​ຊີບ​ກວ່າ​ອີກ, ຍູ້​ແຮງ​ການ​ແນ​ະນຳ​ວິຊາ​ຊີບ​ໃຫ້​ແກ່​ນັກຮຽນ​ມັດ​ຖະຍົມ​ຕອນ​ປ່າຍ; ຊ່ວຍຈຳໜ່າຍຜະລິດ​ຕະພັນ​ໃຫ້​ແກ່​ປະຊາຊົນ; ຍົກ​ສູງ​ຄຸນ​ນະພາ​ບບັນດາ​ຮາກ​ຖານ​ບຳລຸງ​ສ້າງ​ວິສາ​ຊີບ. ຄຽງ​ຂ້າງ​ນັ້ນ, ​ແຂວງຕ້ອງ​ເ​ອົາ​ໃຈ​ໃສ່​​ເຖິງ​ເລື່ອງ​ບຳລຸງ​ສ້າງ​ວິສາ​ຊີບ, ຕິດ​ຜັນ​ກັບ​ຄວາມ​ຕ້ອງການ​ຂອງ​ທ້ອງ​ຖິ່ນ. ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຢີ​ນ ​ໄດ້​ລົງຢ້ຽມຢາມບັນດາ​ຄອບ​ຄົວທີ່​ໄດ້​ຮັບ​ການ​ບຳລຸງ​ສ້າງ​ຢູ່​ເມືອງ ​ເຕີນ​ລາກ ​ແລະ ສູນ​ບຳລຸງ​ສ້າງ​ວິຊາ​ຊີບ​ເມືອງ​ເຕີນ​ລາກ.

ຂ່າວ/ບົດ​ອື່ນ