ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບປະທານສະຫະພັນໝາກເສິກສາກົນ

(VOVWORLD) - ການໜູນຊ່ວຍຂອງ FIDE ບໍ່ພຽງແຕ່ຢຸດຕິໃນວຽກງານຝຶກອົບຮົບ, ບຳລຸງສ້າງບັນດານັກກິລາໝາກເສິກເທົ່ານັ້ນ ຫາກຍັງກ່ຽວກັບວຽກງານກຳມະການ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບປະທານສະຫະພັນໝາກເສິກສາກົນ - ảnh 1

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບປະທານສະຫະພັນໝາກເສິກສາກົນ

(ພາບ:VGP/Đình Nam)

ທີ່ການຕ້ອນຮັບທ່ານ Kirsan Ilyumzhinov, ປະທານສະຫະພັນໝາກເສິກສາກົນ (FIDE), ວັນທີ 10 ມີນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕີລາຄາສູງການໜູນຊ່ວຍຂອງ FIDE ໃນການພັດທະນາປະເພດກິລາ ໝາກເສິກ - ເຊິ່ງເປັນ ປະເພດກິລາຈຳນວນໜ້ອຍຂອງ ຫວຽດນາມ ບັນລຸລະດັບໂລກ.

        ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ: ການໜູນຊ່ວຍຂອງ FIDE ບໍ່ພຽງແຕ່ຢຸດຕິໃນວຽກງານຝຶກອົບຮົບ, ບຳລຸງສ້າງບັນດານັກກິລາໝາກເສິກເທົ່ານັ້ນ ຫາກຍັງກ່ຽວກັບວຽກງານກຳມະການ, ບົດຮຽນໃນການຈັດຕັ້ງບັນດາການແຂ່ງຂັນລະດັບສາກົນກ່ຽວກັບໝາກເສິກອີກດ້ວຍ.

        ສ່ວນທ່ານປະທານ FIDE Kirsan Ilyumzhinov ຖືວ່າ: ໃນຊຸມປີມໍ່ໆມານີ້, ປະເພດກິລາໝາກເສິກໄດ້ພັດທະນາຢ່າງແຮງຢູ່ ຫວຽດນາມ; ມີນັກກິລາໝາກເສິກລະດັບສາກົນຫຼາຍຄົນຂອງ ຫວຽດນາມ ບັນລຸໄດ້ຜົນງານທີ່ດີໃນການແຂ່ງຂັນລະດັບທະວີບ ແລະ ໂລກ. ທ່ານ Kirsan Ilyumzhinov ເນັ້ນໜັກວ່າ: FIDE ຈະຕັ້ງໜ້າໜູນຊ່ວຍ ຫວຽດນາມ ຈັດຕັ້ງການແຂ່ງຂັນໝາກເສິກດ້ວຍຂອບຂະໜາດໃຫຍ່ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ