ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບຜູ້ອຳນວຍການໂຄງການວັນນະໂລກທົ່ວໂລກ

(VOVWORLD) - ຕອນບ່າຍວັນທີ 26 ກໍລະກົດ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Tereza Kasaeva, ຜູ້ອຳນວຍການໂຄງການວັນນະໂລກທົ່ວໂລກຂອງອົງການອະນາໄມໂລກ (WHO).
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບຜູ້ອຳນວຍການໂຄງການວັນນະໂລກທົ່ວໂລກ - ảnh 1 ທີ່ການຕ້ອນຮັບ (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮັບຮູ້ວ່າ: ໂຄງການດັ່ງກ່າວທົ່ວໂລກ ໄດ້ປະສົບຜົນສຳເລັດໃນການຂົນຂວາຍຍຸດທະສາດຢຸດຕິພະຍາດວັນນະໂລກທົ່ວໂລກ ດ້ວຍຄຳໝັ້ນສັນຍາຂອງບັນດາປະເທດ ໂດຍຜ່ານບັນດາເວທີປາໄສຂັ້ນສູງ. ດ້ວຍການໜູນຊ່ວຍຂອງໂຄງການວັນນະໂລກທົ່ວໂລກ, ວຽກງານປ້ອງກັນ, ຕ້ານພະຍາດວັນນະໂລກຢູ່ ຫວຽດນາມ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າທັງດ້ານເຕັກນິກ, ເຕັກໂນໂລຢີ ແລະ ວິທີການຈັດຕັ້ງຢ່າງມີປະສິດທິຜົນ.

        ຕີລາຄາສູງຕໍ່ບັນດາໝາກຜົນທີ່ບັນລຸໄດ້ໃນໂຄງການປ້ອງກັນຕ້ານວັນນະໂລກຂອງ ຫວຽດນາມ, ທ່ານນາງ Tereza Kasaeva ຊີ້ແຈ້ງວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການປະຕິບັດຍຸດທະສາດຢຸດຕິພະຍາດວັນນະໂລກ, ເປັນການເປີດຊ່ອງທາງໃຫ້ບັນດາປະເທດໃນພາກພື້ນ ປາຊີຟິກຕາເວັນຕົກ ກໍ່ຄືຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ