ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ ຕ້ອ​ນ​ຮັບ​ລັດ​ຖະ​ມົນ​ຕີ​ຜູ້​ທີ​ສອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ສິງ​ກະ​ໂປ

(VOVWORLD) - ຕອນບ່າຍວັນທີ 20 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີຜູ້ທີ 2 ກະຊວງອຸດສາຫະກຳ ແລະ ການຄ້າ ສິງກະໂປ Tan See Leng ທີ່ພວມມີການຢ້ຽມຢາມ ຫວຽດນາມ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ ຕ້ອ​ນ​ຮັບ​ລັດ​ຖະ​ມົນ​ຕີ​ຜູ້​ທີ​ສອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ສິງ​ກະ​ໂປ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ຕ້ອນຮັບທ່ານລັດຖະມົນຕີຜູ້ທີ 2 ກະຊວງອຸດສາຫະກຳ ແລະ ການຄ້າ ສິງກະໂປ Tan See Leng (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການພົວພັນ ຫວຽດນາມ - ສິງກະໂປ ໄດ້ມີການພັດທະນາຢ່າງວ່ອງໄວ, ບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງ ແລະ ຮອບດ້ານ, ໃນນັ້ນ ມີການຍົກລະດັບກອບສັນຍາວ່າດ້ວຍການເຊື່ອມຕໍ່ສອງພື້ນຖານເສດຖະກິດ ແລະ ສ້າງຕັ້ງການພົວພັນຄູ່ຮ່ວມມືເສດຖະກິດດີຈີຕອນ - ເສດຖະກິດສີຂຽວ ຫວຽດນາມ - ສິງກະໂປ, ເປີດກາລະໂອກາດໃໝ່ເພື່ອຍູ້ແຮງການຮ່ວມມືພັດທະນາແບບຍືນຍົງລະຫວ່າງສອງປະເທດ.

        ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ແລະ ທ່ານລັດຖະມົນຕີຜູ້ທີ 2 ກະຊວງອຸດສາຫະກຳ ແລະ ການຄ້າ ສິງກະໂປ, Tan See Leng ໄດ້ສຸມໃສ່ແລກປ່ຽນກ່ຽວກັບແງ່ຫວັງການຮ່ວມມືໃນບັນດາຂົງເຂດ, ເຊັ່ນ: ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ກໍ່ສ້າງເຂດການຄ້າເສລີ, ນະວັດຕະກຳ, ພັດທະນາເສດຖະກິດດີຈີຕອນ ແລະ ເສດຖະກິດສີຂຽວ…

ຕອບກັບ

ຂ່າວ/ບົດ​ອື່ນ