ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວ​ກວາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ

(VOVWORLD) - ສອງຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນໃນການຂຶ້ນແຜນການໃຫ້ແກ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງ ບັນດາເຫດການໃຫຍ່ຂອງການພົວພັນສອງປະເທດໃນໄລຍະຈະມາເຖິງ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວ​ກວາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃຫ້ການຕ້ອນຮັບທ່ານ Marc Evans Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: VGP)

ຕອນບ່າຍວັນທີ 18 ມິຖຸນາ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານ Marc Evans Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ສະໜັບສະໜູນ ແລະ ປາດຖະໜາກຢາກໜູນຊ່ວຍ ຫວຽດນາມ ປະຕິບັດເປົ້າໝາຍກາຍເປນັພື້ນຖານເສດຖະກິດມີລາຍຮັບສູງ, ພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ… ໃຫ້ປະກົດຜົນເປັນຈິງ. ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແບ່ງປັນ, ແລກປ່ຽນຂໍ້ມູນຂ່າວສານ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ອາດຈະເກີດຂຶ້ນໃນວິວັດການຮ່ວມມືລະຫວ່າງສອງປະເທດຢ່າງທັນການ.

 ສ່ວນທ່ານ ເຈິ່ນລຶວກວາງໄດ້ສະເໜີສອງຝ່າຍເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນ ເພື່ອເຮັດໃຫ້ການພົວພັນຮ່ວມມືໃນບັນດາຂົງເຂດລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກ. ສອງຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນໃນການຂຶ້ນແຜນການໃຫ້ແກ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງ ບັນດາເຫດການໃຫຍ່ຂອງການພົວພັນສອງປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ