ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຈືອງ​ຮ່​ວາ​ບິ່ງ​ ເຂ​ົ້າ​ຮ່ວມ​ພິ​ທີ​​ເປີດສະຫຼອງໂຮງ​ງານໄຟ​ຟ້າ​​ໃຊ້​ພະ​ລັງ​ຄວາມ​ຮ້ອນ ວິງເຕິນ 4

(VOVWORLD) -ວັນທີ 21 ກັນຍາ 2019, ຢູ່ສູນໄຟຟ້າວິງເຕິນ (ຕາແສງວິງເຕິນ, ເມືອງຕູຍຟອງ, ແຂວງບິ່ງທ້ວນ), ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ໄດ້ຈັດຕັ້ງພິທີເປີດສະຫຼອງໂຄງການໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ວິງເຕິນ 4.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຈືອງ​ຮ່​ວາ​ບິ່ງ​ ເຂ​ົ້າ​ຮ່ວມ​ພິ​ທີ​​ເປີດສະຫຼອງໂຮງ​ງານໄຟ​ຟ້າ​​ໃຊ້​ພະ​ລັງ​ຄວາມ​ຮ້ອນ ວິງເຕິນ 4 - ảnh 1ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີ ຫວຽດນາມ ຕັດຜ້າແຖບເປີດສະຫຼອງໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ວິງເຕິນ 4 (ພາບ: congthuong.vn)

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຮັບຮູ້ ແລະ ຕີລາຄາສູງເລື່ອງໂຮງງານນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ແລະ ໄດ້ຮັບການຕີລາຄາແມ່ນ ໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນທີ່ມີຄຸນນະພາບແຖວໜ້າຢູ່ ຫວຽດນາມ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການປົກປັກຮັກສາສິ່ງແວດລ້ອມເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ຍູ້ແຮງການນຳໃຊ້ເຕັກໂນໂລຢີ ແລະ ເຕັກນິກທີ່ທັນສະໄໝ, ຄຸ້ມຄອງການເຄື່ອນໄຫວໃຫ້ມີຄວາມປອດໄພ ແລະ ມີຄວາມໄວ້ເນື້ອເຊື່ອໃຈເພື່ອປະກອບສ່ວນຮັບປະກັນການສະໜອງໄຟຟ້າໃຫ້ແກ່ປະເທດຊາດ, ເດັກຂາດບໍ່ປະໃຫ້ເກີດບັນດາບັນຫາມົນລະພິດສິ່ງແວດລ້ອມໃນການຄຸ້ມຄອງ, ເຄື່ອນໄຫວໂຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ