ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເຮັດວຽກກັບກົມໃຫຍ່ພາສີ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບກົມຕຳຫລວດຈະລາຈອນ.
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເຮັດວຽກກັບກົມໃຫຍ່ພາສີ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບກົມຕຳຫລວດຈະລາຈອນ (ພາບ: VGP)

ວັນທີ 18 ມັງກອນ ຢູ່ຮ່າໂນ້ຍ, ທີ່ການເຮັດວຽກກັບກົມໃຫຍ່ພາສີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ໄດ້ສະເໜີຂະແໜງພາສີ ຍູ້ແຮງວຽກງານປະຕິຮູບລະບຽບການບໍລິຫານ; ເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ກົດໝາຍ, ຂັ້ນຕອນເຮັດລະບຽບການພາສີ, ແນະນຳປະຊາຊົນ, ວິສາຫະກິດແຈ້ງຂໍ້ມູນ ເມື່ອຂົນສົ່ງສິນຄ້າຜ່ານແດນ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບກົມຕຳຫລວດຈະລາຈອນ.

ຕອບກັບ

ຂ່າວ/ບົດ​ອື່ນ