ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ ໄດ້​ສະ​ເໜີ​ໃຫ້​ແຂວງ Ibaraki (ຍີ່​ປຸ່ນ) ເພີ່ມ​ທະ​ວີ​ການ​ຮັ​ບນັກ​ເຝິກ​ງານ ແລະ ແຮງ​ງານ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 26 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Onikawa Kazuhiko, ເຈົ້າຄອງນະຄອນ Ibaraki (ຍີ່ປຸ່ນ) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ ໄດ້​ສະ​ເໜີ​ໃຫ້​ແຂວງ Ibaraki (ຍີ່​ປຸ່ນ) ເພີ່ມ​ທະ​ວີ​ການ​ຮັ​ບນັກ​ເຝິກ​ງານ ແລະ ແຮງ​ງານ ຫວຽດ​ນາມ - ảnh 1ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ຫວຽດນາມ ຕ້ອນຮັບ ທ່ານ Onikawa Kazuhiko, ເຈົ້າຄອງນະຄອນ Ibaraki (ຍີ່ປຸ່ນ) (ພາບ: TTXVN)

ທ່ານ Onikawa Kazuhiko ຢັ້ງຢືນວ່າຈະມານະພະຍາຍາມຊຸກຍູ້ການພົວພັນທາງການທູດລະຫວ່າງ ຍີ່ປຸ່ນ - ຫວຽດນາມ ເວົ້າລວມ ແລະ ລະຫວ່າງ ແຂວງ Ibaraki ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ເວົ້າສະເພາະ, ພິເສດແມ່ນຊຸກຍູ້ການຮ່ວມມືໃນການຮັບແຫຼ່ງຊັບພະຍາກອນມະນຸດຈາກຫວຽດນາມ

        ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຢັ້ງຢືນວ່າ ຫວຽດນາມຖືການເພີ່ມທະວີຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດເປັນສຳຄັນທີ່ສຸດ, ສະເໜີໃຫ້ທ່ານ Onikawa Kazuhiko ແລະ ອຳນາດການປົກຄອງ ແຂວງ Ibaraki ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນ ຂອງຫວຽດນາມໃຫ້ດີກ່ວາອີກ, ສົ່ງເສີມບັນດາວິສາຫະກິດຂອງແຂວງເພີ່ມທະວີການລົງທຶນເຂົ້າ ຫວຽດນາມໃນບັນດາຂົງເຂດທີ່ມີທ່າແຮງຄື ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ການຜະລິດປຸງແຕ່ງ… ທ່ານ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂທີ່ສະດວກເພື່ອໃຫ້ວິສາຫະກິດຂອງ ແຂວງ Ibaraki ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ໃຫ້ປະສົມຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ