ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຕ້ອນຮັບຜູ້ອໍານວຍການ - ຝ່າຍ​ບໍ​ລິຫານບໍລິສັດ Grab

(VOVWORLD) -ຕອນບ່າຍວັນທີ 02 ຕຸລາ, ຢູ່່ສໍານັກງານລັດຖະບານຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານ Anthony Tan, ຜູ້ອໍານວຍການ-ຝ່າຍບໍລິຫານ ທັງເປັນ ຜູ້ສ້າງຕັ້ງບໍລິສັດ Grab (ລະບົບບໍລິການລົດຮັບຈ້າງ).
ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຕ້ອນຮັບຜູ້ອໍານວຍການ - ຝ່າຍ​ບໍ​ລິຫານບໍລິສັດ Grab - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຕ້ອນຮັບ ທ່ານ Anthony Tan ຜູ້ອໍານວຍການ - ຝ່າຍບໍລິຫານ ບໍລິສັດ Grab (ພາບ: vov.vn)

ທ່ານ Anthony Tan ຢັ້ງຢືນວ່າ Grab ຈະປະຕິບັດການເສຍພາສີອາກອນໃນຕະຫຼອດໄລຍະເຄື່ອນໄຫວຢູ່ຫວຽດນາມ, ພ້ອມທັງສະເໜີບັນດາມາດຕະການຊຸກຍູ້ການຊໍາລະຄ່າບໍລິການ ໂດຍບໍ່ນໍາໃຊ້ເງິນສົດຢູ່ຫວຽດນາມ. ນອກຈາກນັ້ນ, Grab ກໍມີຄວາມປາດຖະໜາຢາກ ໜູນຊ່ວຍຫວຽດນາມ ສ້າງ ແລະ ຜັນຂະຫຍາຍການຊໍາລະອອນໄລ ໃຫ້ບັນດາບໍລິການສາທາລະນະ ໃນຂອບເຂດແຜນຮ່າງລັດຖະບານເອເລັກໂຕນິກ.

        ໂດຍຮັບຮູ້ຕໍ່ການປະກອບຄໍາຄິດເຫັນຂອງການນໍາ ບໍລິສັດ Grab, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ໃຫ້ຮູ້ວ່າ ລັດຖະບານຫວຽດນາມ ຍາມໃດກໍສະໜັບສະໜູນ ແລະ ມີບັນດາຂໍ້ກໍານົດກົດໝາຍ ເພື່ອພັດທະນາການຊໍາລະ ໂດຍບໍ່ນໍາໃຊ້ເງິນສົດ. ນອກຈາກອໍານວຍຄວາມສະດວກສໍາລັບການຊໍາລະແລ້ວ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ໃຫ້ຮູ້ວ່າ ລະບົບນະໂຍບາຍ, ກົດໝາຍຂອງຫວຽດນາມ ກໍຈະຮັບປະກັນຄວາມປອດໄພດ້ານການເງິນ ແລະ ປ້ອງກັນ, ຕ້ານການຟອກເງິນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ ບໍລິສັດ Grab ຈົ່ງຍື່ນບັນດາເອກະສານຈົດທະບຽນ ຕໍ່ ບັນດາອົງການຂອງຫວຽດນາມ ໂດຍໄວ ເພື່ອຜັນຂະຫຍາຍບັນດາບໍລິການຊໍາລະ ໂດຍບໍ່ນໍາໃຊ້ເງິນສົດ; ຄົ້ນຄວ້າເປີດກວ້າງການເຄື່ອນໄຫວໃນຂົງເຂດ logistics ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ