ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເວືອງ​ດິງ​ເຫ້ວ: ຫວຽດ​ນາມ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ກັບ ອາ​ເມ​ລິ​ກາ

(VOVWORLD) -  ສິ້ນສຸດການໂອ້ລົມ ທາງໂທລະສັບ, ສອງຝ່າຍໄດ້ ເຫັນດີເປັນເອກະພາບຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານການເງິນ - ເງິນຕາ, ເສດຖະກິດ - ການຄ້າ ແລະ ການລົງທຶນ ໃຫ້ຫຼາຍກ່ວາອີກ, ຜ່ານນັ້ນ, ກໍ່ປະກອບສ່ວນຢ່າງສຳຄັນເຂົ້າການຮັກສາ ແລະ ຊຸກຍູ້ການພົວພັນສອງຝ່າຍລະຫວ່າງສອງປະເທດ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເວືອງ​ດິງ​ເຫ້ວ: ຫວຽດ​ນາມ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ກັບ ອາ​ເມ​ລິ​ກາ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວໂອ້ລົມທາງໂທລະສັບກັບທ່ານ Stven Mnuchin  ລັດຖະມົນຕີການເງິນ ອາເມລິກາ (ພາບ: VGP)

ຕອນບ່າຍ 13 ພຶດສະພາ, ຢູ່ສຳນັກງານ ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Stven Mnuchin  ລັດຖະມົນຕີການເງິນ ອາເມລິກາ. ທີ່ການການໂອ້ລົມ ທາງໂທລະສັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ; ສະແດງ ຄວາມພາກພູມໃຈຕໍ່ການພັດທະນາຢ່າງຕັ້ງໜ້າໃນການພົວພັນສອງຝ່າຍໃນໄລຍະທີ່ຜ່ານມາ, ພິເສດແມ່ນການຮ່ວມມືເສດຖະກິດ - ການຄ້າ, ດ້ວຍວົງເງິນການຄ້າສອງສົ້ນ ປີ 2018 ບັນລຸໄດ້ກ່ວາ 60 ຕື້ USD. ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ຢັ້ງຢືນວ່າ ລັດຖະບານ ຫວຽດນາມມີແຜນນະໂຍບາຍຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ທີ່ ລົງທຶນ, ດຳເນີນທຸລະກິດ ຢູ່ ຫວຽດນາມ.

        ສ່ວນ ທ່ານ Stven Mnuchin  ລັດຖະມົນຕີການເງິນ ອາເມລິກາ ໄດ້ຕີລາຄາສູງບັນດາບາດກ້າວໃນການພົວພັນ ເສດຖະກິດ - ການຄ້າ ແລະ ການລົງທຶນໃນໄລຍະທີ່ຜ່ານມາ ແລະ ເລື່ອງ ລັດຖະບານ ຫວຽດນາມໄດ້ມີຄວາມ ສົນໃຈ, ສ້າງເງື່ອນໄຂ, ຊຸກຍູ້ການແກ້ໄຂບັນດາບັນຫາທີ່ ອາເມລິກາ ພວມມີຄວາມສົນໃຈ. ທ່ານ Stven Mnuchin  ລັດຖະມົນຕີການເງິນ ອາເມລິກາ ຫວັງວ່າສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ.

        ສິ້ນສຸດການໂອ້ລົມ ທາງໂທລະສັບ, ສອງຝ່າຍໄດ້ ເຫັນດີເປັນເອກະພາບຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານການເງິນ - ເງິນຕາ, ເສດຖະກິດ - ການຄ້າ ແລະ ການລົງທຶນ ໃຫ້ຫຼາຍກ່ວາອີກ, ຜ່ານນັ້ນ, ກໍ່ປະກອບສ່ວນຢ່າງສຳຄັນເຂົ້າການຮັກສາ ແລະ ຊຸກຍູ້ການພົວພັນສອງຝ່າຍລະຫວ່າງສອງປະເທດ, ມຸ່ງໄປສູ່ວັນສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອາເມລິກາ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ