ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່​ງ​ເຫ້ວ ໄປ​ຢ້ຽມ​ຢາມ ສ.ອາ​ຟະ​ລິ​ກາ​ໃຕ້

(VOVWORLD) - ທ່ານປະທານາທິບໍດີ ອາຟະລິກາໃຕ້ ໄດ້ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ຫວຽດນາມ ໄປດຳເນີນທຸລະກິດ, ທຳມາຫາກິນຢູ່ ອາຟະລິກາໃຕ້.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່​ງ​ເຫ້ວ ໄປ​ຢ້ຽມ​ຢາມ ສ.ອາ​ຟະ​ລິ​ກາ​ໃຕ້ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານຮອງປະທານາທິບໍດີ  ສ. ອາຟະລິກາໃຕ້ David Mabuza (ພາບ: TTXVN)

ໂດຍສືບຕໍ່ການຢ້ຽມຢາມ ແລະເຮັດວຽກຢູ່ ອາຟະລິກາ, ໃນລະຫວ່າງວັນທີ 3 – 5 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ  ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານຮອງປະທານາທິບໍດີ ສ. ອາຟະລິກາໃຕ້ David Mabuza, ເຮັດວຽກກັບທ່ານ Elias Sekgobelo Ace Magashule ເລຂາທິການໃຫຍ່ພັກພັກຄອງແກຣັສແຫ່ງຊາດອາຟຣິກາ(ANC), ເຂົ້າຮ່ວມແລະກ່າວຄຳເຫັນຊີ້ນຳການໂອ້ລົມສົນທະການດ້ານການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ - ອາຟະລິກາໃຕ້.

        ທີ່ການເຈລະຈາ ກັບທ່ານ  David Mabuza, ທ່ານ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ສອງຝ່າຍປະຕິບັດສຳເລັດການເຈລະຈາໂດຍໄວເພື່ອລົງນາມບັນດາເອກະສານຮ່ວມມືສ້າງກອບນິຕິກຳໃຫ້ແກ່ການເຄື່ອນໄຫວຮ່ວມມື.

        ທ່ານຮອງປະທານາທິບໍດີ ອາຟະລິກາໃຕ້ ໄດ້ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ຫວຽດນາມ ໄປດຳເນີນທຸລະກິດ, ທຳມາຫາກິນຢູ່ ອາຟະລິກາໃຕ້.

        ທີ່ການໂອ້ລົມສົນທະນາດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ - ອາຟະລິກາໃຕ້. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ສະເໜີບັນດາວິທີການຢ່າງແທດຈິງເພື່ອຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ. ນອກຈາກນັ້ນ, ລັດຖະບານສອງປະເທດຕ້ອງເອົາໃຈໃສ່ໜູນຊ່ວຍແກ້ໄຂຂໍ້ຫຍຸ້ງຍາກໃຫ້ແກ່ວິສາຫະກິດ ໃນວິວັດການທຳມາຫາກິນ ແລະ ສ້າງ ກອບນິຕິກຳໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງໃຫ້ສຳເລັດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ