ທ່ານຮອງນາຍົກລັດຖະມົນຕີຈິ້ງດີງຢູງຕ້ອນຮັບຮອງປະທານທະນາຄານລົງທຶນເອີລົບ

(VOVWORLD) -ວັນທີ 9 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງ ໄດ້ໃຫ້ການຕ້ອນຮັບທ່ານ Jonathan Taylor, ຮອງປະທານທະນາຄານລົງທຶນເອີລົບ (EIB). 


 ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງ ປາດຖະຫນາວ່າ ທະນາຄານລົງທຶນເອີລົບ ສືບຕໍ່ຫນູນຊ່ວຍຫວຽດນາມໃນບັນດາໂຄງການພັດທະນາພື້ນຖານໂຄງລ່າງ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງ ໃຫ້ຮູ້ວ່າ: ແມ່ນປະເທດພວມພັດທະນາ, ຫວຽດນາມ ມີຄວາມຕ້ອງການໃຫຍ່ເພື່ອພັດທະນາພື້ນຖານໂຄງລ່າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ປົກປັກຮັກສາສິ່ງແວດລ້ອມ. ສະນັ້ນ ຫວຽດນາມ ຢາກໄດ້ຮັບການຫນູນຊ່ວຍແຫລ່ງກຳລັງຈາກບັນດາຄູ່ຮ່ວມມືພັດທະນາ, ໃນນັ້ນ ມີທະນາຄານລົງທຶນເອີລົບ. ບົນພື້ນຖານນັ້ນ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງ ສະເຫນີ ທ່ານຮອງປະທານທະນາຄານລົງທຶນເອີລົບ ສະຫງວນເວລາເພື່ອເຮັດວຽກກັບບັນດາກະຊວງ, ຂະແຫນງການຂອງຫວຽດນາມ ເພື່ອຫັນບັນດາກາລະໂອກາດຮ່ວມມືເປັນລະອຽດໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ