ທ່ານຮອງນາຍົກລັດຖະມົນຕີຈີນຢ້ຽມຢາມກິດຈະກຳຫໍວັດທະນະທຳມິດຕະພາບຫວຽດນາມ-ຈີນ

ທ່ານຮອງນາຍົກລັດຖະມົນຕີຈີນຢ້ຽມຢາມກິດຈະກຳຫໍວັດທະນະທຳມິດຕະພາບຫວຽດນາມ-ຈີນ - ảnh 1
ຮອງ​ນາຍົກລັດຖະມົນຕີຈີນ ຈາງ​ກາວ​ລີ (ຜູ້​ຢູ່​ກາງ, ເສື້ອ​ສີ​ຂາວ)
(ພາບ: An Đăng - TTXVN)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 17/7, ກຳ​ມະ​ການ​​ຜູ້ປະ​ຈຳ​ການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີຈີນ ຈາງ​ກາວ​ລີ ແລະ ຄະ​ນະ​ປະ​ຕິ​ບັດ​ງານ ໄດ້​ລົງ​ຢ້ຽມ​ຢາມ, ສຳຫຼວດ​ກິດ​ຈະ​ກຳ​ກໍ່​ສ້າງ​ຫໍ​ວັດ​ທະ​ນະ​ທຳມິດ​ຕະ​ພາບ ຫວຽ​ດ​ນາມ - ຈີນ ຢູ່​ຮ່າ​ໂນ​້ຍ. ທີ່​ກິດ​ຈະ​ກຳ​ນີ້, ທ່ານ ຫວູ​ຊວນ​ຮົ່ງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ​ເຊິ່ງ​ແມ່ນອົງ​ການ​ເຈົ້າ​ຂອງ​ການ​ລົງ​ທຶນ​ໂຄງ​ການ, ໄດ້​ແຈ້ງ​ໃຫ້​ ທ່ານຮອງ​ນາຍົກລັດຖະມົນຕີຈີນ ຈາງ​ກາວ​ລີ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ຮັບ​ຊາບ​ກ່ຽວ​ກັບ​ສະ​ພາບ​ກໍ່​ສ້າງ​ຫໍ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ຈີນ ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ຫວູ​ຊວນ​ຮົ່ງ ແລະ ທ່ານຮອງ​ນາຍົກລັດຖະມົນຕີຈີນ ຈາງ​ກາວ​ລີ ເນັ້ນ​ໜັກ​ວ່າ: ຫໍ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ຈີນ ຈະ​ແມ່ນ​ກິດ​ຈະ​ກຳ​ທີ່​ດີ​ເດັ່ນ, ປະ​ກອບ​ສ່ວນ​ເພີ່​ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ຈີນ.

 

 


ຂ່າວ/ບົດ​ອື່ນ