ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິງເຮັດວຽກຢູ່ແຂວງດ້ຽນບຽນ

(VOVWORLD) -ວັນທີ 24 ສິງຫາ, ກໍາມະການກົມການເມືອງ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິງ ພ້ອມດ້ວຍຄະນະປະຕິບັດງານບັນດາກະຊວງ, ຂະແໜງການສູນກາງ ໄດ້ລົງໄປເຮັດວຽກກັບການນໍາຫຼັກແຫຼ່ງຂອງແຂວງດ້ຽນບຽນ ກ່ຽວກັບສະພາບການຕົວຈິງ ແລະ ມາດຕະການເພື່ອໃຫ້ປະຊາຊົນຍົກຍ້າຍຖິ່ນຖານແບບຊະຊາຍໃນບໍລິເວນແຂວງມີທີ່ຢູ່ອາໄສແບບຖາວອນ.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິງເຮັດວຽກຢູ່ແຂວງດ້ຽນບຽນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ກ່າວຄໍາເຫັນທີ່ການເຮັດວຽກ

(ພາບ: TTXVN)

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ຮັບຮອງບັນດາໝາກຜົນທີ່ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນແຂວງດ້ຽນບຽນ ບັນລຸໄດ້ໃນວຽກງານແກ້ໄຂສະພາບການປະຊາຊົນຍົກຍ້ານຖິ່ນຖານແບບຊະຊາຍໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າສໍາລັບເລື່ອງປະຊາຊົນຍົກຍ້າຍຖິ່ນຖານແບບຊະຊາຍນີ້ ຖ້າຫາກວ່າ ອໍານາດການປົກຄອງທ້ອງຖິ່ນຄວບຄຸມບໍ່ໄດ້ ຈະສົ່ງຜົນສະທ້ອນເຖິງແຜນຜັງລວມ, ກໍ່ຜົນຕາມມາທີີ່ບໍ່ດີສໍາລັບການປ້ອງກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງເຂດຊາຍແດນ ແລະ ການປົກປັກຮັກສາປ່າອີກດ້ວຍ. ດັ່ງນັ້ນ, ທາງແຂວງດ້ຽນບຽນຕ້ອງແກ້ໄຂບັນຫາດັ່ງກ່າວໃຫ້ໄດ້, ເປັນເຈົ້າການໃນການຄວບຄຸມບັນຫາດັ່ງກ່າວ.  ພ້ອມທັງຈັດຕັ້ງ, ແນະນໍາໃຫ້ພໍ່ແມ່ປະຊາຊົນຕັ້ງຖິ່ນຖານ, ບໍ່ປະໃຫ້ເກີດສະພາບການຍົກຍ້າຍຖິ່ນຖານ, ທໍາລາຍປ່າ ເພື່ອທໍາການຜະລິດ ຫຼືປູກຝັງແບບເຄື່ອນທີ່.

        ກ່ອນໜ້ານັ້ນ, ວັນທີ 23 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມີການເຮັດວຽກກັບການນໍາເມືອງ ເມື່ອງແຍ໋ ກ່ຽວກັບຜົນແຫ່ງການປະຕິບັດແຜນຮ່າງຈັດສັນພົນລະເມືອງ, ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢູ່ເມືອງ ເມື່ອງແຍ໋. 

ຕອບກັບ

ຂ່າວ/ບົດ​ອື່ນ