ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງຢ້ຽມຢາມກຸຸ່ມບໍລິສັດເຫລັກກ້າຄູນຫມີງແລະບໍລິສັດຕາຫນ່າງໄຟຟ້າຢູນຫນານ

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງຢ້ຽມຢາມກຸຸ່ມບໍລິສັດເຫລັກກ້າຄູນຫມີງແລະບໍລິສັດຕາຫນ່າງໄຟຟ້າຢູນຫນານ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ບີງ​ມີງ ຢ້ຽມ​ຢາມ
ກຸ່ມ​ບໍ​ລິ​ສັດ​ເຫລັກ​ກ້າ ຄູນ​ຫມີງ

(vovworld)-​ ​ ​ໃນ​ຂອບ​ເຂດ​ການຢ້ຽມ​ຢາມ​ຈີນຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 10/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ພ້ອມ​ດ້ວຍ ທ່ານ ຟ້າມກວາງວີງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ, ທ່ານ ຫວູ​ຮູຍ​ຮ​ວ່າງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ໄດ້​ໄປ​ຢ້ຽມ​ຢາມ ກຸ່ມ​ບໍ​ລິ​ສັດ​ເຫລັກ​ກ້າ ຄູນ​ຫມີງ ແລະ ບໍ​ລິ​ສັດ​ຕາ​ຫນ່າງ​ໄຟ​ຟ້າ ຢູນ​ຫນານ, ຊື່ງ​ແມ່ນ 2 ວິ​ສາ​ຫະ​ກິດ​ຊັ້ນ​ນຳ​ຂອງ ແຂວງ ຢູນ​ຫນານ. ທີ່​ການ​ພົບ​ປະ​ກັບ​ຄະ​ນະ​ອຳ​ນວຍ​ການ​ບໍ​ລິ​ສັດ​ຕາ​ຫ​ນ່າງ​ໄຟ​ຟ້າ ຢູນ​ຫນານ ຂຶ້ນ​ກັບ​ບໍ​ລິ​ສັດ​​ໃຫຍ່ຕາ​ຫນ່າງ​ໄຟ​ຟ້າ ພາກ​ໃຕ້ ຈີນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຕີ​ລາ​ຄາ​ສູງ​ຕໍ່​ເລື່ອງ​ບໍ​ລິ​ສັດ​ກາຍ​ເປັນ​ແຫ່ງ​ສະ​ຫນອງ​ໄຟ​ຟ້າໃຫ້​ແກ່​ຫວຽດ​ນາມ ເມື່ອ​ປີ 2014.  ປະ​ຈຸ​ບັນ ບໍລິ​ສັດ​ໃຫຍ່​ຕາ​ຫນ່າງ​ໄຟ​ຟ້າ ພາກ​ໃຕ້ ຈ​ີນ ກາຍ​ເປັນ​ນັກ​ລົງ​ທຶນກໍ່​ສ້າງ​ບັນ​ດາ​ໂຮງ​ງານ​ໄຟ​ຟ້າ, ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ຫວຽດ​ນາມ. ເມ​ື​່ອ​ມາ​ຢ້ຽມ​ຢາມ​ກຸ່ມ​ບໍ​ລິ​ສັດ​ເຫລັກ​ກ້າ ຄ​ູນ​ຫມີງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຢືນ​ຢັນ: ລັດ​ຖະ​ບານ ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ກຸ່ມ​ບໍ​ລິ​ສັດ​ເຫລັກ​ກ້າ ຄູນ​ຫມີງ ເປີດກວ້າງ​ການ​ລົງ​ທຶນ ຢູ່ ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ສະ​ເຫນີ​ກຸ່ມ​ບໍ​ລິ​ສັດ ຕ້ອງ​ນຳ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ຫນ້າ​ເພື່ອ​ຂຸດ​ຄົ້ນ ແລະ ນ​ຳ​ໃຊ້​ແຫລ່ງບໍ່​ເຫລັກ​ກ້າ​ຢູ່ ລາວ​ກາຍ ຢ່າງ​ມີ​ປະ​ສິດ​ທິ​ຜົນ ພ້ອມ​ທັງ​ບຸ​ລິ​ມະ​ສິດ​ບັນ​ຫາປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ.
ຂ່າວ/ບົດ​ອື່ນ