|
(vovworld)- ຕອນບ່າຍວັນທີ 6/4 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ຄະນະກຳມາທິການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ລາວ ໄດ້ຕ້ອນຮັບທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີວ່າການກະຊວງພາຍໃນ ລາວ ນຳຫນ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ ຄວາມຕັດສິນໃຈຂອງການນຳສອງປະເທດ ເພື່ອປັບປຸງ ແລະ ເພີ່ມທະວີການພົວພັນແບບພິເສດ ຫວຽດນາມ - ລາວ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີໃຫ້ສອງຝ່າຍ ສຸມໃສ່ປະຕິບັດຂໍ້ຕົກລົງຂັ້ນສູງກໍຄືບັນດາສັນຍາ ແລະ ຂໍ້ຕົກລົງລະຫວ່າງ ກະຊວງພາຍໃນສອງປະເທດ. ທ່ານ ລັດຖະມົນຕີ ໄຊສີ ສັນຕິວົງ ໄດ້ແຈ້ງໝາກຜົນການເຮັດວຽກຂອງຄະນະຢູ່ຫວຽດນາມ ແລະ ຢືນຢັນ: ການແລກປ່ຽນ, ຫນູນຊ່ວຍບົດຮຽນກ່ຽວກັບຂົງເຂດບໍລິຫານ, ເຮັດໃຫ້ກົງຈັກກະທັດລັດ, ການສອບເສັງບັນດາຖະນະຕຳແຫນ່ງການນຳ ຊື່ງຝ່າຍກະຊວງພາຍໃນຂອງຫວຽດນາມ ໄດ້ແບ່ງປັນ ແມ່ນມີຄວາມໝາຍແທ້ຈິງ, ປະກອບສ່ວນສຳຄັນເຂົ້າໃນການສ້າງ ແລະ ພັດທະນາພື້ນຖານບໍລິຫານຂອງລາວ.