ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດມົງໂກນ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດມົງໂກນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກຕ້ອນຮັບ
ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ມົງ​ໂກນ
photo:baomoi.com


(vovworld)- ຕອນ​ບ່າຍ​ວັນ​ທີ 28/4, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Dama Gan Khuyag, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ມົງ​ໂກນ ພວມ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ຫນັກວ່າ: ຍາມ​ໃດ​ຫວຽດນາມ ກໍ​ຖື​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ ມົງ​ໂກນ ​ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ນຳ​ການ​ພົວພັນ​ນີ້​ພັດທະນາ​ຢ່າງ​ແຂງ​ແຮງ,​ຮອບດ້ານ ​ແລະ ​ແທດ​ຈິງ​ກວ່າ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ,​ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ອາຊີ​ປາຊີ​ຟີ​ກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເຫ​ນີ ສອງ​ຝ່າຍ​ສົມທົບ​ກັນ​ຢ່າງ​ແຫນ້ນ​​ແຟ້ນ​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ 60 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ມົງ​ໂກນ (17/11/1954-17/11/2014) ​ເປັນຢ່າງ​ດີ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະຫນາ ສອງ​ຝ່າຍ ຕັ້ງຫນ້າ​ຄົ້ນ​ຄ້ວາ, ຊອກ​ຫາ​ມາດ​ຕະການ,​ນຳ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ, ສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ