ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ15ປີແຫ່ງວັນສ້າງຕັ້ງສະຖາບັນຕຸລາການ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ15ປີແຫ່ງວັນສ້າງຕັ້ງສະຖາບັນຕຸລາການ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກກ່າວ​ຄຳ​ເຫັນ​ນະ​ພິທີ
ພາບ:internet

(vovworld)- ວັນ​ທີ 24/11 ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ຕຸລາການ​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ປະກາດ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ອະນຸມັດ​ແຜນ​ຮ່າງ​ກໍ່ສ້າງ​ສະຖາບັນ​ດັ່ງກ່າວ​ໃຫ້​ກາຍ​ເປັນ​ສູນບຳລຸງ​ສ້າງ​ບັນດາ​ນາມ​ຕຳ​ແຫນ່​ງຕຸລາການ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ຫນັກ​ວ່າ: ພັກ, ລັດ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການ​ສ້າງ​ຖັນ​ແຖວ​ພະນັກງານ​ຕຸລາການມີ​ວິຊາ​ສະ​ເພາະ​ເກັ່ງ, ມີ​ຄຸນສົມບັດ​ດີ, ຕອບ​ສະຫນອງ​ກິດຈະການ​ຫັນ​ປະ​ເທດ​ຊາ​ດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ​ເຊ່ືອມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສ​ະ​ເຫ​ນີ: ສະ​ຖາ​ບັນ​ຕຸລາການ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ໃຫມ່​ວຽກ​ງານ​ບຳລຸງ​ສ້າງ​ພະນັກງານ​ຫລັກ​ແຫ​ລ່ງ, ພະນັກງານ​ມີ​ຊຳນານ​ງານ ຄຸນ​ສົມບັດ, ກ້າຫານ​ໃນ​ການ​ຕໍ່ສູ້​ເພື່ອ​ຍຸຕິ​ທຳ, ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ.

ຂ່າວ/ບົດ​ອື່ນ