ທ່ານຮອງນາຍົກລັດຖະມົນຕີຮວາງຈູງຫາຍຊີ້ນຳກອງປະຊຸມສະຫຼຸບຂະແໜງຊັບພະຍາກອນສິ່ງແວດລ້ອມ

ທ່ານຮອງນາຍົກລັດຖະມົນຕີຮວາງຈູງຫາຍຊີ້ນຳກອງປະຊຸມສະຫຼຸບຂະແໜງຊັບພະຍາກອນສິ່ງແວດລ້ອມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮວາງ​ຈູງ​ຫາຍ
(ພາບອິນເຕີແນັດ)

(vovworld)- ​ ວັນ​ທີ 5/1 ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ ສະຫຼຸບ​ວຽກ​ງານ​ປີ 2015, ຜັນ​ຂະຫຍາຍ​ແຜນການ​ວຽກ​ງານ​ປີ 2016.

    ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮວາງ​ຈູງ​ຫາຍ ຢືນຢັນ​ວ່າ: ພັກ ​ແລະ ລັດ​ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ຄຸ້ມ​ຄອງ​ຊັບພະຍາກອນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ໃນ​ໄລຍະ​ປີ 2011-2015, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 11 ​ໄດ້​ປະກາດ​ໃຊ້​ມະຕິ 2 ສະບັບ ກ່ຽວ​ກັບ ການ​ສືບ​ຕໍ່​ປ່ຽນ​ໃໝ່​ນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະ ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ສະພາ​ແຫ່ງຊາດ​ໄດ້​ປະກາດ​ໃຊ້​ກົດໝາຍ​ສຳຄັນ 5 ສະບັບ​ ກ່ຽວ​ກັບ​ຂົງ​ເຂດ​ຄຸ້ມ​ຄອງ​ຂອງ​ຂະ​ແໜງ. ກ່ຽວ​ກັບ​ທິດ​ທາງ​ໜ້າ​ທີ່​ໄລຍະ ​ປີ 2016-2020, ກໍ່​ຄື​ບັນດາ​ໜ້າ​ທີ່, ມາດ​ຕະການ​ປະຕິບັດ​ໃນ​ປີ 2016 ຂອງ​ຂະ​ແໜງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ: ກ່ອນ​ອື່ນ​ໝົດ​ຕ້ອງ​ສືບ​ຕໍ່​ປັບປຸງ​ລະບົບ​ກົດໝາຍ, ກົນ​ໄກ​ນະ​ໂຍບາຍ​ໃຫ້​ສຳ​ເລັດ​, ​ເພີ່ມ​ທະວີການ​ຄຸ້ມ​ຄອງ​ລັດກ່ຽວ​ກັບ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ; ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ວັດ​ແທກທີ່​ດິນ ​ແລະ ​ແຜນ​ທີ່. ສ້າງ ​ແລະ ປະກາດ​ໃຊ້​ຕາມ​ສິດອຳນາດ​ຂອງ​ເອກະສານ​ແນະນຳ​ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ໝູ່​ເກາະ, ກົດໝາຍ​ວ່າ​ດ້ວຍ​ອຸຕຸນິຍົມ​ອຸ​ທົກ​ກະສາ​ດ​ໃຫ້ຖືກ​ກັບ​ກຳນົດ​ເວລາ ​ແລະ ຮັບປະກັນ​ຄຸນ​ນະພາ​ບ. ສຳລັບ​ບັນດາ​ທ້ອງ​ຖິ່ນ ​ແມ່ນ​ສຸມ​ໃສ່​ສ້າງ​ລະບົບຂໍ້​ມູນທີ່​ດິນ​ແຫ່ງ​ຊາດ​, ສ້າງພື້ນ​ຖານ​ໃຫ້​ແກ່​ການ​ສ້າງ​ຮູບ​ແບບ​ການ​ຄຸ້ມ​ຄອງ​ທີ່​ດິນ​ທັນ​ສະ​ໄໝ, ​​ ​ແລະ ໃຫ້ເປັນ​ເອກະ​ພາບ​ແຕ່​ສູນ​ກາງ​ລົງຮອດຂັ້ນ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ