ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍພົບປະກັບທ່ານຮອງປະທານປະເທດຈີນຫລີແຢວນຈາວ

ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍພົບປະກັບທ່ານຮອງປະທານປະເທດຈີນຫລີແຢວນຈາວ - ảnh 1
(ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍພົບປະກັບ
ທ່ານຮອງປະທານປະເທດຈີນຫລີແຢວນຈາວ)


(vovworld)- ​ ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ລັດ​ຖະ​ບານ ຈີນ ແລະ ອຳ​ນາດ​ການ​ປົກ​ຄອງ​ແຂວງ ຢູນ​ຫນານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈູງ​ຫາຍ ໄດ້​ໄປ​ຢ້ຽມ​ຢາມ​ແຂວງ ຢູນ​ຫນານ ແຕ່​ວັນ​ທີ 11-13/6 ແລະ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ຕະ​ຫລາດ​ນັດ​ຈີນ - ອາ​ຊີ​ໃຕ້ ຄັ້ງ​ທີ 3 ແລະ ງານ​ຕະ​ຫລາດ​ນັດ ຄູນ​ໝີງ ຄັ້ງ​ທີ 23. ໃນ​ຂອບ​ເຂດ​ເຄື່ອນ​ໄຫວ​ຢູ່​ແຂວງ ຢູນ​ຫນານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ໄດ້​ພົບ​ປະ​ກັບ​ທ່ານ​ຮອງ​ປະ​ທານ​ປະ​ເທດ​ຈີນ  ແລະ ຕ້ອນ​ຮັບ​ເຈົ້າ​ແຂວງ​ແຂວາງ ຢູນ​ຫນູນ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະ​ທານ​ປະ​ເທດ​ຈີນ ຫລີ​ແຢວນ​ຈາວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ໄດ້​ຢືນ​ຢັນ​ວ່າ: ຍາມ​ໃດ​ຫວຽດ​ນາມ ກໍ​ຖື​ການ​ເພ​ີ່ມ​ທະ​ວີ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ຈີນ ເປັນ​ສຳ​ຄັນ ພ້ອມ​ທັງ​ຍົກ​ອອກ​ບາງ​ມາດ​ຕະ​ການ​ໃຫຍ່ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ເນັ້ນ​ຫນັກ​ວ່າ: ສອງ​ຝ່າຍ ຄວນ​ເຄົາ​ລົບ​ບັນ​ດາ​ຂໍ້​ຕົກ​ລົງ ແລະ ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ​, ສອງ​ລັດ ກ່ຽວ​ກັບ​ການ​ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ບໍ່​ມີ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົມ​ຂຶ້ນ​ຕື່ມ, ບໍ່ເປີດກວ້າງການ​ຂັດ​ແຍ້ງ, ພ້ອມ​ກັນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ຫລັກ​ການ​ພື້ນ​ຖານ ຊີ້​ນຳ​ແກ້​ໄຂ​ບັນ​ຫາ​ບົນ​ທະ​ເລ​ລະ​ຫວ່າງ​ຫວຽດ​ນາມ - ຈີນ ແລະ ຖະແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຢ່າງ​ເຂັ້ມ​ງວດ, ຄົບ​ຖ້ວນ, ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ ໂດຍ​ໄວ, ແກ້​ໄຂ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ.

ຂ່າວ/ບົດ​ອື່ນ