ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ຢ້ຽມຢາມ ເຊີນເຈີນ

ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ຢ້ຽມຢາມ ເຊີນເຈີນ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu
ພາບ: internet


(vovworld) - ​ໂດຍ​ຮັບ​ເຊີນ​ຂອງ​ສະຫະ​ສະມາຄົມ​ປະຊາຊົນ ຈີນ ​ເພື່ອ​ສັນຕິພາບ ​ແລະ ຫລຸດຜ່ອນ​ອາວຸດ, ​ແຕ່​ວັນ​ທີ 22 -26/9, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສັນຕິພາບ ຫວຽດນາມ ​ໂດ​ຍທ່ານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ປະທານ​ຄະນະ​ກຳມະການ​ສັນຕິພາບ ນຳ​ຫນ້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ນະຄອນ ​ເຊີນ​​ເຈີ​ນ ​ແລະ ຊຽງ​ໄຮ່ ຂອງ ຈີນ.​​ໃນ​ໄລຍະ​ຢູ່​ຢ້ຽມຢາມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ສະຫະ​ສະມາຄົມ ປຊຊ ຈີນ ​ເພື່ອ​ສັນຕິພາບ ​ແລະ ຫລຸດຜ່ອນ​ອາວຸດ. ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເນັ້ນ​ຫນັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ​ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​, ​ເຊີດ​ຊູ​ບົດບາດ​ຕັ້ງຫນ້າ​ຂອງ​ຄະນະ​ກຳມະການ​ສັນຕິພາບ​ຂອງ​ແຕ່ລະ​ປະ​ເທດ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ສ້າງ​ຮູບ​ແບບ​ສັງຄົມ​ນິຍົມ​ຊຶ່ງ ຫວຽດນາມ ​ແລະ ຈີນ ​ໄດ້​ເລ​ືອກ​ເຟັ້ນ​ໃຫ້​ສຳ​ເລັດ​ຜົນ. ສອງ​ຝ່າຍ​ເຫັນ​ດີ​ພ້ອມ​ກັນ​ປະກອບສ່ວນ​ປັບປຸງ ​ແລະ ​ເພ​ີ່ມທະວີ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ; ບັນດາ​ບັນຫາ​ບໍ່​ລົງ​ລອຍ​ກັນ ​ແລະ ການ​ພິພາດ​ທີ່​ເກິ​ດຂຶ້ນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານການ​ເຈລະຈາ​ໂດຍ​ສັນຕິວິທີ.

 

 

ຂ່າວ/ບົດ​ອື່ນ