ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຟຸ່ງກວ໊ກຫຽນເຮັດວຽກກັບການນຳສະພາສູງອີຕາລີ

(VOVWORLD) -ໃນຂອບເຂດການຢ້ຽມຢາມແລະເຮັດວຽກຢູ່ ອີຕາລີ, ວັນທີ 25 ກັນຍາ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມເຊິ່ງນຳໂດຍທ່ານ ຟຸ່ງກວ໊ກຫຽນ ຮອງປະທານສະພາແຫ່ງຊາດຫວຽດນາມໄດ້ມີການພົບປະເຈລະຈາກັບທ່ານຮອງປະທານສະພາສູງອີຕາລີIgnazio La Russa.
ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຟຸ່ງກວ໊ກຫຽນເຮັດວຽກກັບການນຳສະພາສູງອີຕາລີ - ảnh 1 ທ່ານ ຟຸ່ງກວ໊ກຫຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ພົບປະເຈລະຈາກັບທ່ານຮອງປະທານສະພາສູງອີຕາລີIgnazio La Russa (ພາບ: TTXVN)

        ທີ່ການພົບປະເຈລະຈາ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຝຸ໋ງກວັກຮ່ຽນໃຫ້ຮູ້ວ່າ: ການມາຢ້ຽມຢາມປະເທດອີຕາລີຂອງຄະນະຜູ້ແທນສະພາແຫ່ງຊາດຫວຽດນາມໃນຄັ້ງນີ້ ແມ່ນແນໃສ່ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຫວຽດນາມ-ອີຕາລີແລະສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຢັ້ງຢືນວ່າ: ສະພາແຫ່ງຊາດຫວຽດນາມມີຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຕ່າງໆ ລະຫວ່າງສອງປະເທດ, ສອງສະພາແຫ່ງຊາດໃຫ້ຫຼາຍກວ່າອີກ. ພ້ອມດຽວກັນນັ້ນ, ປາດຖະໜາຢາກໃຫ້ ອີຕາລີສືບຕໍ່ເອົາໃຈໃສ່, ອອກສຽງສະໜັບສະໜູນຢ່າງແຮງໃນການແກ້ໄຂບັນດາການຂັດແຍ່ງໂດຍສັນຕິວິທີ ເພື່ອຮັບປະກັນສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພແລະຄວມເສລີໃນການເດີນທະເລແລະການບິນຢູ່ທະເລຕາເວັນອອກໃຫ້ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ (UNCLOS)1982, ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍໃນເຂດທະເລຕາເວັນອອກ (COC).

        ສ່ວນທ່ານຮອງປະທານສະພາສູງອີຕາລີIgnazio La Russaຍາມໃດກໍ່ມີຄວາມປາດຖະໜາຢາກຮັດແໜ້ນນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງປະເທດ, ການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳກວ່າອີກ. ທ່ານຮອງປະທານສະພາສູງອີຕາລີສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືສອງຝ່າຍໃນຂົງເຂດດ້ານປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ