ທ່ານຮອງປະທານສະພາແຫ່ງຊາດຮິ່ງງອກເຊິນຕ້ອນຮັບຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບລາວແລະກຳປູເຈຍ

ທ່ານຮອງປະທານສະພາແຫ່ງຊາດຮິ່ງງອກເຊິນຕ້ອນຮັບຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບລາວແລະກຳປູເຈຍ - ảnh 1
ຄະນະ ຫວຽດນາມ ໄດ້ມອບຂອງຂວັນທີ່ລະນຶກໃຫ້ ທ່ານພົນ​ຈັດ​ຕະ​ວາ ພູ​ວົງ ວົງ​ພອມ
(ພາບ: Nguyễn Hồng Pha – TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 12/5, ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮິ່ງງອກ​ເຊິນ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິ​ດຕະ​ພາບ ລາວ - ຫວຽດ​ນາມ ໂດຍ​ທ່ານພົນ​ຈັດ​ຕະ​ວາ ພູ​ວົງ ວົງ​ພອມ, ຜູ້​ຮັກ​ສາ​ການຫົວ​ໜ້າ​ກົມ​ໃຫຍ່​ພະ​ລາ​ທິ​ການ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ປ​ປ.ລາວ ເປັນ​ຫົວ​ໜ້າ​ຄະ​ນະ ແລະ ​ສະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ໂດຍ​ທ່ານ​ພົນ​ເອກ Chao Phally, ລັດ​ຖະ​ມົນ​ຕ​ີກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ, ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ (7/5/1954 – 7/5/2014). ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮິ່ງງອກ​ເຊິນ ຢືນ​ຢັນ​ວ່າ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 3 ປະ​ເທດ, ​​ພິ​ເສດ​ແມ່ນ​ໃນວຽກ​ງານໂຄ​ສະ​ນາ​ເຜີຍ​ແຜ່​ປະ​ຊາ​ຊົນ, ​ໂດຍ​ສະ​ເພາະ​ແມ່ນ​​ລຸ້ນ​ໜຸ່ມ​ກ່ຽວກັບ​ນຳ​້ໃຈ​ສາ​ມັກ​ຄີ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ປະ​ຊາ​ຊົນ 3 ປະ​ເທດ. ​ພົນ​ຈັດ​ຕະ​ວາ ພູ​ວົງ ວົງ​ພອມ ແ​ລະ ​ພົນ​ເອກ Chao Phally ສະ​ເໜີ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖີງ, 3 ປະ​ເທດຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ, ຮັກ​ສາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ແນ​ໃສ່​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຄວາມ​ໝັ້ນ​ຄົງ​ ແລະ ສັນ​ຕິ​ພາບ​ຢູ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ຂ່າວ/ບົດ​ອື່ນ