ທ່ານຮອງປະທານສະພາແຫ່ງຊາດຮີ່ງງອກເຊີນພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນດາຫນັງ

ທ່ານຮອງປະທານສະພາແຫ່ງຊາດຮີ່ງງອກເຊີນພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນດາຫນັງ - ảnh 1
ທ່ານ ຮີ່ງງອກເຊີນ, ຮອງປະທານສະພາແຫ່ງຊາດຫວຽດນາມ


(vovworld)- ​​​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຈະ​ມາ​ເຖິງ, ຕອນ​ເຊົ້າ​ວັນ​ທີ 29/4, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮ່ີງງອກ​ເຊີນ ​ແລະ ບັນດາ​ສະມາ​ຊີກ​ສະພາ​ແຫ່ງ​ຊາດ(ສສຊ) ຂຶ້ນ​ກັບ ຄະນະສສຊ ດາ​ຫນັງ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເມືອງ ຮ່ວາ​ວາງ ນະ​ຄອນ ດາ​ຫນັງ. ທ່ານ​ຮອງ​ປະທານ​ສະພາ​ແຫ່​ງຊາດ ຮ່ີງງອ​ກ​ເຊີນ ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ ຈະ​ສະຫງວນ​ກວ່າ​ເຄິ່ງ​ເວລາ​ຂອງ​ສະ​ໄຫມ​ປະຊຸມ​ເທ່ືອ​ທີ່ 7 ​ໃຫ້​ແກ່​ໂຄ​ງການ​ສ້າງ​ກົດໝາຍ, ຮັບຮອງ​ເອົາ​ມະຕິ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຕໍ່ບັນດາ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫລື​ໃຫ້​ສັດຕະຍາບັນ ດ້ວຍ​ການ​ປັບປຸງ​ໃຫ້​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ, ຮັບຮອງ​ເອົາ ຮ່າງ​ກົດໝາຍ 10 ສະບັບ, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 17 ສະບັບ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮ່ວາ​ວາງ ຖື​ວ່າ: ລະບອບນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ, ວິທີ​ຄິດ​ໄລ່​ລະບອບ​ ​ເບ້ຍ​ບຳນານ ບໍ່​ທັນ​ເໝາະ​ສົມ ສະ​ນັ້ນ ສະ​ເຫ​ນີບັນດາ​ຂະ​ແຫນງ​ການ​ກ່ຽວຂ້ອງຄວນ​ຄົ້ນ​ຄ້ວາ​ດັດ​ປັບ​ໃຫ້​ເໝາະ​ສົມ. ຜູ້​ມີ​ສິດ​ເລືອກ​ຕັ້ງ ລ້ວນ​ແຕ່​ປາດ​ຖະຫນາ​ວ່າ ​ສະພາ​ແຫ່ງ​ຊາດ ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ ກວ່າ​ອີກ, ​ເປັນ​ຕົ້ນ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ.

ຂ່າວ/ບົດ​ອື່ນ