ທ່ານາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ

ທ່ານາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ - ảnh 1
( ພາບ: http://.kpl.net.la)
ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ​ລາວ​ໃຫ້​ຂ່າວ​ວ່າ, ຕອນ​ບ່າຍ​ວັນ​ທີ່ 30 ພະຈິກ, ຢູ່​ນະຄອນຫຼວງ ວຽງ​ຈັນ, ທ່ານ​ນາງປະທານສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່າ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕອງ​ທິຟ໋ອງ ພ້ອມ​ກັບ​ຄະນະຜູ້​ແທນ​ຂັ້ັ້ນສູງ​ຂອງ​ສະພາ​​ແຫ່ງ​ຊາດ ຫວຽດນາມ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີຕັດ​ແຖບ​ຜ້າ​ແລະ ມອບ​ສະພາ​ແຫ່ງ​ຊາດໃຫ້​ແກ່ ​ລາວ ​​ນີ້ແມ່ນຂອງຂວັນ​ຂອງພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ​ປຊຊ ຫວຽດນາມ ​ທີ່​ມອບໃຫ​້​ລາວ. ​ແລະ ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 30 ພະຈິກ, ຄະນະ​ຜູ້​ແທນ​ການ​ນຳ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ ຫວຽດນາມ ປະຈຳ​ລາວ .
ຂ່າວ/ບົດ​ອື່ນ